ອາຊີບການປູກເຫັດ ກໍ່ເປັນອີກວຽກໜຶ່ງທີ່ສໍາຄັນເຊິ່ງຫຼາຍຄົນທີ່ມັກໃນດ້ານນີ້ ຫັນມາເອົາດີໃນເວລາວ່າງເສົາ-ອາທິດ ຫຼື ຫຼັງເລີກການ, ແຕ່ບາງຄົນເຫັນໂອກາດຂອງທຸລະກິດຈາກການປູກເຫັດຂາຍ ຈຶ່ງຖືເປັນອາຊີບເລີຍ ຈົນສາມາດສ້າງເສດຖະກິດຄອບຄົວໃຫ້ມີຢູ່ມີກິນ. ຄືດັ່ງລູກຄ້າຂອງ ສກຈຮ ເອກພັດທະນາ ທ່ານໜຶ່ງໄດ້ຖືເອົາການປູກເຫັດນາງຟ້າເພື່ອຈໍາໜ່າຍໃນຕະຫຼາດທົ່ວໄປ ຈົນມີລາຍຮັບເປັນກອບເປັນກໍາ.

ສໍາລັບວິທີການປູກເຫັດນາງຟ້າ ກໍ່ສາມາດເຮັດໄດ້ງ່າຍໆ ແລະ ຫາວັດຖຸດິບໃນການເຮັດກໍງ່າຍເຊັ່ນກັນມີພຽງ: ເຟືອງ, ປຸ໋ຍໃສ່ນາ, ເກືອ, ປູນຂາວ, ນໍ້າ, ພລາສະຕິກຫຸ້ມຫໍ່. ທໍາອິດຫາເຟືອງທີ່ແຫ້ງແລ້ວ, ບໍ່ມີເຊື້ອລາປົນ ຫຼື ບໍ່ມີກິ່ນເໝັນ ໃຊ້ເຟືອງທີ່ຕັດແລ້ວຍາວ 2 – 3 ນິ້ວ 100 ກິໂລ, ປຸຍນາ ( ສູດ 16 – 20 – 0 ) 1 ກິໂລ, ເກືອ 0,2 ກິໂລ, ປູນຂາວ 1 ກິໂລ, ຄວາມຊຸ່ມ 70 – 75% ແລ້ວກໍເລີ່ມເລີຍ:
1). ເອົາເຟືອງຕັດໄປແຊ່ນ້ຳ ຫຼື ຫົດນ້ຳໃຫ້ທົ່ວ ແລ້ວປະສົມປຸຍ ແລະ ເກືອລົງໄປ ຄົນໃຫ້ເຂົ້າກັນ ແລ້ວເຮັດເປັນກອງສູງ ຄຸມດ້ວຍພລາສະຕິກໝັກປະໄວ້ 3 ມື້, ໃນມື້ທີ 3, 4, 5 ແລະ 6 ໃຫ້ປີ້ນກອງເຟືອງທຸກມື້.
2). ມື້ທີ 7 ໃຫ້ໃສ່ປູນຂາວເພື່ອປັບຄວາມເປັນກົດ – ດ່າງ ແລະ ໄລ່ແກ໊ສແອມໂມເນຍ ທີ່ເກີດຂຶ້ນລະຫວ່າງການໝັກເຟືອງ ຄົນໃຫ້ເຂົ້າກັນແລ້ວຕໍ່ອີກ 1 – 2 ມື້. 3). ບັນຈຸໃສ່ຖົງພລາສະຕິກທີ່ໃຊ້ເພາະເຫັດ ເຊິ່ງຄວນບັນຈຸໃຫ້ໝົດພາຍໃນວັນດຽວ, ຖົງກ້ອນເຊື້ອຄວນມີຂະໜາດ 8 ຂີດຫາ 1 ກິໂລ, ເມື່ອອັດກ້ອນເຊື້ອແໜ້ນດີແລ້ວໃສ່ຄໍ ຕຸກພລາສະຕິກ, ອັດດ້ວຍສຳລີ ແລະ ປິດດ້ວຍເຈ້ຍແລ້ວມັດໃຫ້ແໜ້ນ.

4). ເອົາກ້ອນເຊື້ອທີ່ໄດ້ໄປໜຶ້ງຂ້າເຊື້ອທັນທີ ໃຊ້ເວລາປະມານ 3 – 4 ຊົ່ວໂມງ ນັບຈາກນ້ຳຟົດແລ້ວປະໄວ້ໃຫ້ເຢັນ.
5). ເອົາຫົວເຊື້ອເຫັດທີ່ລ້ຽງໄວ້ໃນເຟືອງໃຊ້ປະມານ 10 – 20 ເມັດຕໍ່ກ້ອນ ເຂ່ຍລົງໃນກ້ອນເຊື້ອທີ່ເຢັນດີແລ້ວ. ຈາກນັ້ນ, ກໍ່ປິດປາກຖົງດ້ວຍສຳລີ ແລະ ເຈ້ຍທັນທີ, ສະຖານທີ່ໃຊ້ຖ່າຍຫົວເຊື້ອເຫັດລົງກ້ອນເຊື້ອຄວນສະອາດ, ວັດຖຸທີ່ໃຊ້ເຂ່ຍຫົວເຊື້ອຄວນເຮັດຄວາມສະອາດລ້າງດ້ວຍເຫຼົ້າກ່ອນທຸກຄັ້ງ.
6). ນຳກ້ອນເຊື້ອທີ່ໃສ່ຫົວເຊື້ອເຫັດລົງຮຽບຮ້ອຍແລ້ວໄປບົ່ມໄວ້ໃນໂຮງບົ່ມກ້ອນເຊື້ອ. ພາຍຫຼັງທີ່ໃສ່ຫົວເຊື້ອເຫັດລົງຮຽບຮ້ອຍແລ້ວໄປບົ່ມໄວ້ໃນໂຮງບົ່ມກ້ອນເຊື້ອ ປະມານ 2 – 3 ອາທິດ ເຫັດກໍ່ຈະອອກ.

ສກຈຮ ເອກພັດທະນາ ໃຫ້ບໍລິການ ສິນເຊື່ອ ເງິນກູ້ ເງິນຝາກ
ເບິ່ງຂໍ້ມູນເງິນຝາກໄດ້ທີ່