+ ຄິດກ່ອນຈ່າຍ

ເຮົາລອງຈິນຕະນາການເບິ່ງວ່າ: ຖ້າພວກເຮົາເປັນຄົນໜຶ່ງມັກໃຊ້ຈ່າຍຟຸມເຟືອຍ ຫຼື ຢາກໄດ້ຫຍັງກໍ່ຊື້, ເຊື່ອແນ່ວ່າໃນໄລຍະສັ້ນເຮົາຈະລໍາບາກແນ່ນອນ; ເພາະເຮົາບໍ່ໄດ້ຄຳນຶງເຖິງຄວາມຈໍາເປັນ ຫຼື ສິ່ງທີ່ເປັນປະໂຫຍດ. ຖ້າຫາກເຮົາເປັນມະນຸດເງິນເດືອນ ເມື່ອຮອດທ້າຍເດືອນກໍ່ຍິ່ງຂັດສົນ ເພາະມີລາຍຈ່າຍຫຼາຍເຊັ່ນ: ຄ່ານໍ້າ, ຄ່າຟ້າ, ຄ່າໂທລະສັບ, ບັດເຄຣດິດ, ຄ່າຈ່າຍຜ່ອນ ແລະ ອື່ນໆ. ສະນັ້ນ, ເຮົາຄວນຄິດໃຫ້ດີກ່ອນຈະຫຍັງກໍ່ຕາມ? ເພາະເງິນຄໍາເປັນຂອງຫາຍາກ, ຫາກເຮົາບໍ່ຮັກມັນ ມັນກໍ່ຈະບໍ່ຮັກເຮົາຄືກັນ.

+ ຢ່າດູຖູກເງິນໜ້ອຍ

ເຮົາບໍ່ຄວນຄິດວ່າ: ການປະຫຍັດເງິນເທື່ອລະເລັກລະໜ້ອຍເປັນເລື່ອງທໍາມະດາ ຖ້າເກັບທ້ອນບາດດຽວຈຶ່ງສະດວກກວ່າ; ຖ້າເຮົາຄິດແບບນີ້ ເຮົາອາດບໍ່ມີເງິນອອມເລີຍກໍ່ເປັນໄດ້, ເພາະສິ່ງທີ່ຍາກທີ່ສຸດກໍ່ຄືການເລີ່ມຕົ້ນ ຫາກເຮົາເລີ່ມໄປເທື່ອລະໜ້ອຍ ໃນອະນາຄົດເຮົາຈະມີເງິນເພີ່ມທະວີຫຼາຍຂຶ້ນກວ່າເກົ່າ; ການອອມເງິນສາມາດເຮັດໄດ້ທຸກຄັ້ງທີ່ມີລາຍຮັບເຂົ້າມາ. ສະນັ້ນ, ຖ້າຢາກເປັນຄົນມີເງິນຫຼາຍໃນອະນາຄົດ ເຮົາຕ້ອງເລີ່ມຕົ້ນປະຢັດຕັ້ງແຕ່ຕອນນີ້.

+ ຢ່າຕິດກະແສສັງຄົມ

ຫາກຕິດກະແສສັງຄົມ ຫຼື ແລ່ນນໍາຍຸກສະໄໝ ຖືວ່າບໍ່ເປັນເລື່ອງດີປານໃດ? ເພາະວ່າເທຣນເສື້ອຜ້າ ຫຼື ສິ່ງຂອງມັນອອກມາໃໝ່ຢູ່ເລື້ອຍໆ ລວມທັງເຕັກໂນໂລຊີກໍ່ປ່ຽນແປງໄປໄວວາ. ຖ້າພວກເຮົາເປັນຄົນທີ່ແລ່ນຕາມກະແສຕະຫຼອດ ເຮົາຈະເສຍເວລາ-ເສຍເງິນຫຼາຍເຕີບ? ເມື່ອຈະຮູ້ໂຕອີກເທື່ອໜຶ່ງແມ່ນຕອນທີ່ເງິນໃນບັນຊີຍັງເຫຼືອໜ້ອຍແລ້ວ!.

+ ມີວິໃນທາງການເງິນ

ການເອົາໃຈໃສ່ຮຽນຮູ້ ຫຼື ຝຶກວິໃນທາງການເງິນໃຫ້ກາຍເປັນນິໃສ ກໍ່ເປັນອີກທາງເລືອກໜຶ່ງ ເພາະໃນຕອນທີ່ເຮົາໄດ້ເງິນມາ ຄວາມຮູ້ສຶກມັນຈະເຕືອນເຮົາທັນທີວ່າ: ເຮົາຈະຕ້ອງຈ່າຍເທົ່າໃດ ແລະ ເກັບທ້ອນເທົ່າໃດ?. ຫາກເຮົາພໍມີຄວາມຮູ້ທາງດ້ານການເງິນແດ່ເລັກນ້ອຍ ກໍ່ຈະເຮັດໃຫ້ເຮົາຮູ້ຈັກບໍລິຫານເງິນໄດ້ຖຶກວິທີ ແລະ ໃນໄລຍະຍາວ ເຊື່ອວ່າເຮົາຈະບໍ່ຂັດສົນແນ່ນອນ.

+ ຮູ້ວິທີການລົງທຶນ

ໃນຍຸກນີ້, ນ້ອງໆທີ່ຮຽນຈົບມໍ7 ແລ້ວສືບຕໍ່ຮຽນໃນຂັ້ນວິຊາຊີບ, ວິທະຍາໄລ ຫຼື ມະຫາວິທະຍາດໄລ ຫຼາຍຄົນກໍ່ຫັນມາເຮັດວຽກຫາເງິນ ແລະ ຮຽນໜັງສືໄປພ້ອມ ເພາະວ່າການທີ່ເຮົາສາມາດເຮັດວຽກເພື່ອຫາເງິນດ້ວຍຕົນເອງ ກໍ່ຈະເປັນການແບ່ງເບົາພາລະຄອບຄົວພໍ່ແມ່ ແລະ ເຮັດໃຫ້ເຮົາຮູ້ຈັກຄຸນຄ່າຂອງເງິນຫຼາຍຂຶ້ນ.

ຂະນະດຽວກັນ, ຫາກເຮົາມີເງິນທ້ອນເລັກນ້ອຍ ເຮົາກໍ່ເອົາເງິນເຫຼົ່ານັ້ນໄປຕໍ່ຍອດດ້ວຍການລົງທຶນ ເຊັ່ນ: ຝາກສະຖະບັນການເງິນ, ເຮັດທຸລະກິດ, ຊື້ອະສັງຫະ, ຊື້ຫຸ້ນ ແລະ ອື່ນໆຕາມຄວາມຖະໜັດຂອງໃຜລາວ ເຊິ່ງເຮົາຈະເຫັນໄລຍະຜ່ານມາ ຫຼາຍຄົນຮຽນຈົບກໍ່ມີວຽກເຮັດໄດ້ທັນທີ ເພາະເຂົາມີປະສົບການຕົວຈິງທີ່ຄວບຄູ່ກັບການຮຽນມາແລ້ວ.

ຂອບໃຈແຫຼ່ງທີ່ມາ: wealthmeup.com

ຂອບໃຈຮູບພາບ: www.sunsplash.com

ຂອບໃຈຮູບພາບ: www.pexels.com