+ ເງິນສໍາຮອງຕ້ອງມີ:

ເງິນສໍາຮອງສຸກເສີນປະມານ 3-6 ເທົ່າຂອງຄ່າໃຊ້ຈ່າຍໃນແຕ່ລະເດືອນ ຖືເປັນເງິນກ້ອນສໍາຄັນທີ່ນັກເສດຖະສາດເພີ່ນແນະນຳໃຫ້ຄວນມີໄວ້ ເພາະອີກຈັກມື້ໃດມື້ໜຶ່ງຈະຕ້ອງໄດ້ຈົກເອົາມາໃຊ້ແນ່ນອນ; ໃນຕອນທີ່ຍັງບໍ່ເກີດວິກິດຄືແບບນີ້ ອາດຈະບໍ່ເຫັນຄວາມສໍາຄັນຂອງການອອມເງິນພໍເທົ່າໃດ?, ແຕ່ສະພາບເສດຖະກິດດັ່ງທີ່ເຫັນໃນປັດຈຸບັນ ຖ້າເຮົາໄດ້ອອມເງິນມາແຕ່ເນີ້ນໆ ກໍ່ຈະຮູ້ຄຸນຄ່າຂອງມັນທັນທີ ແລະ ເປັນເງິນກ້ອນສໍາຄັນໃນຊີວິດທີ່ຈໍາເປັນຕ້ອງຈ່າຍ ໂດຍສະເພາະຄົນທີ່ກໍາລັງປະເຊີນກັບສະຖານະການທີ່ບໍ່ມີວຽກເຮັດປົກກະຕິ, ເຮັດໃຫ້ລາຍຮັບຫຼຸດລົງ ແລະ ອາດເຖິງຕົກງານກໍ່ມີ.   

+ ຄວນມີບັນຊີເງິນຝາກຫຼາຍຫົວ:

ການເຮົາມີບັນຊີເງິນຝາກຫຼາຍບ່ອນ ຖ້າເກີດເຫດການສຸກເສີນ ຫຼື ໃນຊ້ວງສະຖານະການບໍ່ປົກກະ ຕິພະຍາດໂຄວິດ-19 ລະບາດຄືແນວນີ້ ເຮົາກໍ່ຍັງມີທາງເລືອກເຊັ່ນ: ບາງບັນຊີເງິນໝົດ ກໍ່ຍັງມີບາງບັນຊີທີ່ຍັງເຫຼືອໃຫ້ເຮົາໄດ້ຖອນອອກມາໃຊ້ສະເພາະໜ້າ ຫຼື ກໍລະນີບາງຄົນ ບໍ່ມີເງິນໃນບັນຊີຈັກກີບເລີຍ ກໍ່ເປັນເລື່ອງຍາກທີ່ຄົນອື່ນຈະໃຫ້ຢືມ ເພາະເຂົາກໍ່ຕ້ອງສໍາຮອງເງິນໄວ້ເປັນຈໍານວນຫຼາຍເຊັ່ນກັນ. ສະນັ້ນ, ຈຶ່ງຢາກແນະນຳວ່າ: ເຮົາບໍ່ຄວນມີບັນຊີພຽງອັນດຽວ, ແຕ່ຄວນເປີດໄວ້ຫຼາຍໆບ່ອນ ແລະ ມີເງິນອອມຫຼາຍບັນຊີ ຈຶ່ງຈະຢູ່ລອດໃນທ່າມກາງວິດກິດແບບນີ້.

+ ມີລາຍຮັບປະຈໍາ ແລະ ນອກໂມງການ:

ໃນຍຸກປັດຈຸບັນ ຫາກເຮົາມີລາຍຮັບຈາກເງິນເດືອນ ຫຼື ຄ່າແຮງງານພຽງອັນດຽວ ອາດບໍ່ພໍຈ່າຍ ເພາະຄ່າໃຊ້ຈ່າຍໃນແຕ່ລະເດືອນແມ່ນມີແນວໂນ້ມເພີ່ມຂຶ້ນທັງເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກ. ສະນັ້ນ, ຄວນເຮັດວຽກເພີ້ມໃນນອກໂມງການ ຫຼື ເສົາ-ອາທິດ ເພື່ອເປັນລາຍຮັບເສີມໃຫ້ກັບຄອບຄົວ ແລະ ແບ່ງເອົາເງິນເດືອນບາງສ່ວນເປັນເງິນອອມໄວ້ເພື່ອອະນາຄົດຂ້າງໜ້າ; ເມື່ອເຮົາມີເງິນອອມຫຼາຍ ບາດພົບເຫດການສຸກເສີນແບບນີ້ ດ້ານການເງິນເຮົາກໍ່ຈະບໍ່ໄດ້ກະທົບຫຼາຍ.  ດັ່ງນັ້ນ, ຄວນມີລາຍໄດ້ຫຼາຍທາງ ແລະ ຫຼີກລຽງຈາກການເປັນໜີ້ຈະດີທີ່ສຸດ.

+ ມີວິໃນທາງການເງິນ:

ວິໃນທາງດ້ານການເງິນ ຖືເປັນໝາກຫົວໃຈສໍາຄັນຂອງການອອມເງິນ ຫາກເຮົາບໍ່ມີຫຼາຍກໍ່ຄວນອອມຢ່າງໜ້ອຍ 10-20% ຂອງລາຍໄດ້ໃນແຕ່ລະເດືອນ ເພື່ອໄວ້ຢ່າງໜ້ອຍລາຍໄດ້ເຮົາຫຼຸດລົງນອກຈາກຄ່າໃຊ້ຈ່າຍທີ່ຈໍາເປັນແລ້ວ ອາດຈະຫຼຸດຈໍານວນເງິນອອມສ່ວນນີ້ໄປໄລຍະໜຶ່ງ ຈົນກວ່າຈະພົ້ນວິກິດ ຫຼື ລາຍໄດ້ເຮົາປົກກະຕິ. ສະນັ້ນ, ທຸກໆປະສົບການຄືບົດຮຽນອັນລໍ້າຄ່າ ຂໍພຽງແຕ່ເຮົາຍອມຮັບທີ່ຈະປັບຕົວໃຫ້ເໝາະສົມກັບສະຖານະການ ເຊິ່ງຄ່ອຍໆຮຽນຮູ້ ແລະ ທົບທວນຜ່ານມາ ແລ້ວບົດຮຽນຈະສອນໃຫ້ເຮົາແຂັ້ມແຂງ ແລະ ມີວິໃນຕົວເອງຫຼາຍຂຶ້ນ.

ທີ່ມາ: ອອມມັນນີ ດ໋ອດຄອມ

ຮູບພາບ: www.Freepick.com