ການເຮັດວຽກຢູ່ເຮືອນ ຫຼື (Work From Home) ຖືເປັນມິຕິໃໝ່ທີ່ຫາກໍ່ເກີດຂຶ້ນໃນທົ່ວໂລກ ເມື່ອພະຍາດໂຄວິດ-19 ລະບາດຢ່າງໜັກ ເຮັດໃຫ້ລັດຖະບານຂອງແຕ່ລະປະເທດ ລວມທັງ ສປປ ລາວ ເຮົາຕ້ອງກັກໂຕເອງຢູ່ເຮືອນດ້ວຍການພັກຍາວແບບບໍ່ມີກໍານົດ. ແຕ່ໃນຂະນະດຽວກັນ, ກໍ່ຕ້ອງຮັບຜິດຊອບວຽກປົກກະຕິດໂດຍເຮັດວຽກຜ່ານລະບົບອອນລາຍເຊັ່ນ: E-Meeting, E-Learning, E-Commerce, E-Banking, E-Office ແລະ ອື່ນໆນັບທັງພາກລັດກໍ່ຄືເອກະຊົນ.
ຫາກເບິ່ງຜິວເຜີນກໍ່ຖືວ່າເປັນການປ່ຽນຮູບແບບການເຮັດວຽກຢູ່ຫ້ອງການໃນແຕ່ລະມື້ ເປັນການຕື່ນຂຶ້ນມາເຮັດວຽກຢູ່ເຮືອນໂດຍກົງ ເຊິ່ງເຮັດໃຫ້ຄ່າໃຊ້ຈ່າຍຕ່າງໆຫຼຸດລົງ, ແຕ່ທ່ານຮູ້ບໍວ່າ ຍັງມີບາງຢ່າງທີ່ອາດຈະເພີ່ມຂຶ້ນແບບບໍ່ຮູ້ໂຕ ເມື່ອທ້າຍເດືອນມາລວມກັນບາງຢ່າງກໍ່ອາດຈະສູງກວ່າເຮົາອອກໄປເຮັດວຽກຢູ່ຫ້ອງການອີກຫຼາຍເທົ່າ. ສະນັ້ນ, ນັກເສດຖະສາດໄດ້ແນະນຳໃຫ້ທ່ານຄວນມີສະຕິໃນການໃຊ້ຈ່າຍໃນໄລຍະທີ່ພະຍາດໂຄວິດ-19 ລະບາດ ເປັນຕົ້ນແມ່ນ:
1. ຄ່າຊົມໃຊ້ກະແສໄຟຟ້າ:
ເມື່ອເຮົາພັກຜ່ອນ ຫຼື ເຮັດວຽກຢູ່ເຮືອນຫຼາຍຂຶ້ນ ກໍ່ຕ້ອງຊົມໃຊ້ໄຟຟ້າຫຼາຍຂຶ້ນເປັນທໍາມະດາ ຈຶ່ງບໍ່ແປກໃຈປານໃດເມື່ອບິນຄ່າໄຟມາເຖິງມືທ່ານ ເນື່ອງຈາກທ່ານໃດ້ໃຊ້ໄຟໄປກັບການເຮັດວຽກເຊັ່ນ: ເປີດແອຣ໌ ຫຼື ພັດລົມ, ເປີດຄອມພິວເຕີ, ເປີດໄຟ, ເບິ່ງໜັງ-ຟັງເພງ, ແຕ່ງຢູ່ຄົວກິນ ແລະ ຈັດງານສັງສັນອື່ນໆ. ຫາກທຽບໃສ່ກັບການອອກໄປເຮັດວຽກຢູ່ຫ້ອງການແລ້ວ ເຮົາໃຊ້ເວລາຢູ່ເຮືອນພຽງແຕ່ຕອນແລງ ຫຼື ວັນເສົາ-ອາທິດເທົ່ານັ້ນ, ແຕ່ທ່ານພັກຜ່ອນຍາວແບບນີ້ ທ່ານຕ້ອງໃຊ້ໄຟຟ້າບໍ່ຫຼຸດ 10 ຊົ່ວໂມງຕໍ່ມື້.
2. ຄ່າຊົມໃຊ້ອິນເຕີເນັດ:
ໃນຍຸກປັດຈຸບັນ ເຮົາບໍ່ສາມາດຫຼີກລຽງການຊົມໃຊ້ສັນຍານອິນເຕີເນັດໄດ້ ເພາະມັນແມ່ນສ່ວນໜຶ່ງຂອງການເຮັດວຽກທີ່ຕ້ອງໄດ້ມີການຕິດຕໍ່ສື່ສານທຸກໆເວລາ. ຖ້າຫາກເຮືອນໃຜຕິດຕັ້ງວາຍຟາຍ (WiFi) ໄວ້ແລ້ວ ກໍ່ອາດຈະບໍ່ເສຍຄ່າເຊົ່າຫຼາຍ ເພາະຫາກເຮົາເຊົ່າເປັນເດືອນ ຫຼື ເປັນປີ ລາຄາມັນກໍ່ຈະຖຶກລົງ, ແຕ່ໃນກໍລະນີບາງຄອບຄົວໃຊ້ອິນເຕີເນັດເທິງມືຖືຂອງໃຜລາວ ອັນນີ້ກໍ່ຖືວ່າເປັນຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ເພາະເວລາຮັບ-ສົ່ງຂໍ້ມູນເປັນຈໍານວນຫຼາຍ ຫຼື ມີປະຊຸມອອນລາຍ (VDO Conference) ກັບເພື່ອນຮ່ວມງານ ເນັດມືຖືຂອງທ່ານອາດຈະບໍ່ພຽງພໍ ແລະ ຈະຕ້ອງໄດ້ຕື່ມເງິນເປັນປະຈໍາ.
3. ຄ່າເດີນທາງ:
ໃນໄລຍະນີ້ບາງອົງກອນຍັງໃຫ້ພະນັກງານຕ້ອງສະຫຼັບກັນມາປະຈໍາການ ຫຼື ເວນຍາມເພື່ອຮັກສາຊັບສິນສ່ວນລວມ ເມື່ອເປັນແນວນັ້ນການເດີນທາງໃນທຸກຄັ້ງກໍ່ຕ້ອງມີຄ່າໃຊ້ຈ່າຍເຊັ່ນ: ຄ່າເຕີມນໍ້າມັນລົດ, ຄ່າອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນທາດເຫຼົ້າອື່ນໆ; ຖ້າຫາກມີຄວາມຈໍາເປັນຕ້ອງໄປຕະຫຼາດ ຫຼື ຊື້ອາຫານການກິນກໍ່ຕ້ອງໄດ້ເດີນທາງຢູ່ດີ. ປັດຈຸບັນນີ້, ໄຄແດ່ມີບໍລິສັດຮັບ-ສົ່ງອາຫານ (Delivery) ທີ່ເປັນຕົວຊ່ວຍເຮັດໃຫ້ເຮົາຫຼີກລຽງການເດີນທາງ ແຕ່ລາຄາກໍ່ຂ້ອນຂ້າງແພງຂຶ້ນເລັກນ້ອຍ
4. ຄ່າອາຫານການກິນ:
ເມື່ອກັກໂຕຢູ່ແຕ່ເຮືອນເປັນເວລາຫຼາຍອາທິດ ເຮັດໃຫ້ກິດຈະກໍາທີ່ມີຢູ່ຖຶກປະຕິບັດສໍາເລັດຈົນບໍ່ມີຫຍັງຈະເຮັດຕໍ່ໄດ້ອີກ ເປັນຕົ້ນແມ່ນ: ເຮັດສວນຄົວ, ປູກຜັກ, ປູກຕົ້ນໄມ້, ຕັດຫຍ້າ, ອະນາໄມເຮືອຊານ ແລະ ກິດຈະກໍາອື່ນໆ; ແຕ່ທ່ານຍັງຈະຕ້ອງໄດ້ຈ່າຍນັ້ນກໍ່ຄືຄ່າອາຫານ 3 ຄາບ/ມື້ ເຊິ່ງຕ້ອງຊື້ເປັນຈໍານວນຫຼາຍເພາະຢູ່ຮ່ວມກັນຫຼາຍຄົນ. ບາງຄອບຄົວສັ່ງ Delivery ມາສົ່ງກໍ່ມີລາຄາຂ້ອນຂ້າງແພງເລັກນ້ອຍ ຫຼື ບາງຄອບຄົວແຕ່ງກິນເອງຖືວ່າຕ້ອງຈົກເງິນຕື່ມຫຼາຍເຕີບ.
5. ຄ່າຮັກສາສຸຂະພາບ:
ເຖິງວ່າທ່ານຈະບໍ່ໄດ້ຕິດເຊື້ອພະຍາດໂຄວິດ-19 ກໍ່ຕາມ, ແຕ່ຈະຕ້ອງຈ່າຍຄ່າຢາປິ່ນປົວສຸຂະພາບທີ່ຈະຕາມມາ ເຊັ່ນ: ພະຍາດເບົາຫວານ, ຄວາມດັນເລືອດສູງ ແລະ ອື່ນໆ ເນື່ອງຈາກຢູ່ແຕ່ໃນເຮືອນມີແຕ່ກິນກັບນອນ ບໍ່ໄດ້ອອກໍາລັງກາຍເຕັມທີ່ ແລະ ນອນພັກຜ່ອນທີ່ຕາມໃຈໂຕເອງເກີນໄປ ຈຶ່ງເຮັດໃຫ້ມີບາງພະຍາດເກີດຂຶ້ນກັບຕົວເຮົາກໍ່ເປັນໄດ້.
ທັງໝົດນີ້, ເປັນຂໍ້ແນະນຳເລັກນ້ອຍຈາກນັກເສດຖະສາດທີ່ເນັ້ນໃຫ້ມີວິໃນທາງດ້ານຄ່າໃຊ້ຈ່າຍໃນໄລຍະພະຍາດໂຄວິດ-19 ເພື່ອບໍ່ໃຫ້ມີການໃຊ້ຈ່າຍແບບຟຸມເຟືອຍ ເພາະເຮົາບໍ່ຮູ້ວ່າພະຍາດດັ່ງກ່າວຈະໝົດໃນເມື່ອໃດ? ແລະ ຍັງບໍ່ຮູ້ວ່າລາຍໄດ້ຈາກການເຮັດວຽກຢູ່ເຮືອນ ຈະໄດ້ເຕັມອັດຕາ ຫຼື ບໍ? ເພາະວ່າຫຼາຍອົງກອນກໍ່ປັບຫຼຸດເງິນເດືອນ ເນື່ອງຈາກໂຮງງານ ຫຼື ກິດຈະການຖຶກປິດຊົ່ວຄາວ.
ທີ່ມາ: Aommoney.com
Credit Photo: www.freepik.com