ຫາກເຮົາຮູ້ວິທີຫາເງິນ ກະບໍ່ເປັນເລື່ອງຍາກປານໃດທີ່ຈະໃຊ້ເງິນ ເພາະການຊື້ມາ-ຂາຍໄປ ຖືວ່າເປັນເລື່ອງທີ່ຂ້ອນຂ້າງໄວຫຼາຍ, ແຕ່ຖ້າເຮົາບໍ່ມີເທັກນິກໃນການວາງແຜນໃຊ້ຈ່າຍເປັນລະບົບແລ້ວ ກ່ອນຈະຮູ້ໂຕອີກຄັ້ງ ມັນອາດຈະຊ້າເກີນໄປ ເພາະບັນຫາການເງິນຈຸດສໍາຄັນຄືການເລີ່ມຕົ້ນທີ່ດີ.

ສະນັ້ນ, ບໍ່ພຽງແຕ່ຂະຫຍັນຫາເງິນໃຫ້ພຽງພໍກັບຄ່າໃຊ້ຈ່າຍ, ແຕ່ແຕ່ຕ້ອງຮູ້ວິທີປະຫຍັດເງິນ ເຖິງແມ່ນວ່າແຕ່ລະຄົນມີວິຖີຊີວິດແຕກຕ່າງກັນ; ແຕ່ທຸກຄົນກໍ່ມີວິທີເຮັດໃຫ້ການໃຊ້ຈ່າຍມີປະສິດທິພາບສູງສຸດໄດ້ ດັ່ງນີ້:

+ ວາງແຜນໃຊ້ເງິນ:

ວິທີທີ່ງ່າຍແມ່ນການສ້າງງົບປະມານເງິນສົດສ່ວນຕົວ ດ້ວຍການບັນທຶກໃສ່ປື້ມບັນຊີ ຫຼື ບັນທຶກໃສ່ໂທລະສັບມືຖື/ແທັບເລັດ ແລ້ວແບ່ງອອກເປັນ 2 ຢ່າງຄື: ລາຍຮັບ ແລະ ລາຍຈ່າຍ. ຈາກນັ້ນ, ໃຫ້ຈັດສັນງົບປະມານໃຫ້ເໝາະສົມ ຈຶ່ງຖືວ່າເປັນການວາງແຜນລາຍຈ່າຍໃຫ້ສອດຄ່ອງກັບເງິນທີ່ມີຢູ່.

+ ຄວບຄຸມລາຍຈ່າຍ:

ໂດຍສະເພາະໃນເວລາທີ່ເກີດວິກິດ ເງິນທຸກໆກີບທີ່ຈ່າຍໄປຕ້ອງມີເຫດຜົນ ແລະ ມີສະຕິໃນການ ນຳໃຊ້ໃຫ້ຖຶກວິທີ ເຊິ່ງວິທີງ່າຍທີ່ສຸດກໍ່ຄືການຖາມຕົວເອງກ່ອນ ວ່າມັນມີປະໂຫຍດແທ້ບໍ? ແລະ ຄວນຊື້ເທົ່າໃດ ຈຶ່ງຈະເໝາະສົມ?.

+ ຢຸດຕິການໃຊ້ຈ່າຍຟຸມເຟືອຍ:

ໝາຍຄວາມວ່າ: ຄ່າໃຊ້ຈ່າຍໃດທີ່ບໍ່ຈຳເປັນສຳລັບການດຳລົງຊີວິດຕ້ອງໄດ້ຢຸດ ເຊັ່ນ: ການຊື້ເຄື່ອງທີ່ຫຼູຫຼາ ທັງລະບົບອ໊ອຟລາຍ ແລະ ອອນລາຍ ຫຼື ບາງສິນຄ້າທີ່ຊື້ມາແລ້ວແຕ່ຍັງບໍ່ທັນໃຊ້ກໍ່ຄວນເອົາອອກມາໃຊ້ ແລະ ບໍ່ຄວນຊື້ຕື່ມອີກ ເຊິ່ງນີ້ຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນໄປຫຼາຍເຕີບ.

+ ຢຸດໃຊ້ບັດເຄດິດ:

ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍຄົນຕ້ອງເຮັດວຽກຢູ່ເຮືອນ ເຊິ່ງມີແນວໂນ້ມທີ່ຈະສັ່ງຊື້ສິນຄ້າອອນລາຍຫຼາຍຂຶ້ນ ນັ້ນກໍ່ໝາຍຄວາມວ່າ: ຕ້ອງຈ່າຍຜ່ານບັດເຄດິດ ແລະ ຄ່າທຳນຽມເພີ່ມເລັກນ້ອຍ. ສະນັ້ນ, ຖ້າຢາກມີເງິນເຫຼືອໄວ້ເພື່ອຊື້ສິ່ງຂອງທີ່ຈຳເປັນ ຄວນຢຸດໃຊ້ຈ່າຍຜ່ານບັດເຄດິດ.

+ ເບິ່ງຄືນການຈ່າຍເງິນຜ່ານມາ:

ເມື່ອມີແຜນການໃຊ້ຈ່າຍເຮົາກໍ່ຕ້ອງບັນທຶກລາຍຈ່າຍ ເມື່ອທ້າຍອາທິດ ຫຼື ທ້າຍເດືອນກໍ່ຕ້ອງໄດ້ທົບທວນການໃຊ້ຈ່າຍວ່າເຮົາຊື້ຫຍັງແດ່ ເປັນຕົ້ນແມ່ນ: ໃນ 1 ອາທິດເຮົາຈ່າຍເງິນເພື່ອຊື້ຫຍັງ?, ໃຊ້ຕາມງົບປະມານທີ່ກຳນົດໄວ້ ຫຼື ບໍ່?, ມີຄ່າໃຊ້ຈ່າຍທີ່ເກີນງົບປະມານບໍ? ເຊິ່ງຂໍ້ມູນນີ້ຈະຊ່ວຍໃຫ້ຮູ້ວ່າໄດ້ໃຊ້ຈ່າຍກັບຫຍັງ ແລະ ບ່ອນທີ່ຈະປັບປຸງເພື່ອປັບການໃຊ້ຈ່າຍໃຫ້ມີປະສິດທິຜົນສູງຂຶ້ນ.

Credit Photo by: https://unsplash.com/

Credit Photo by: www.freepik.com

Credit Photo by:https://www.freepik.com/