ຫຼາຍຄົນເຄີຍຕັ້ງຄຳຖາມວ່າ: ເປັນຫຍັງຕ້ອງມີເງິນສຳຮອງ ຫຼື ເງິນສຸກເສີນ? ຖ້າຫາກບໍ່ເກັບທ້ອນໄວ້ຈະເປັນຫຍັງບໍ? ອັນນີ້ຖືວ່າເປັນຄຳຖາມທີ່ດີຫຼາຍທີ່ໃຜໆກໍ່ຢາກຮູ້. ກ່ອນໜ້ານີ້ທ່ານຜູ້ອ່ານອາດຈະເຄີຍຈື່ບາງເນື້ອໃນທີ່ຜູ້ຂຽນໄດ້ນໍາສະເໜີໄປກ່ອນໜ້ານັ້ນແລ້ວກ່ຽວກັບ “ເງິນສຸກເສີນ” ມັນບໍ່ພຽງແຕ່ເກັບທ້ອນໄວ້ສໍາລັບປິ່ນປົວສຸກຂະພາບ, ເກີດອຸບັດເຫດ ແລະ ໃຊ້ຈ່າຍໃນຍາມຈໍາເປັນເທົ່ານັ້ນ, ແຕ່ມັນເປັນເງິນກ້ອນສໍາຄັນທີ່ຈະຖຶກນໍາມາໃຊ້ໃນຕອນທີ່ເຮົາພົບວິກິດ ໂດຍສະເພາະແມ່ນຕອນທີ່ເຮົາຕົກງານ ຫຼື ໃນກໍລະນີປັດຈຸບັນແມ່ນການປ້ອງກັນພະຍາດໂຄວິດ-19 ທີ່ກໍາລັງລະບາດຢູ່ໃນປະເທດເຮົາກໍ່ຄືທົ່ວໂລກ.

ເວົ້າສະເພາະເງິນສຸກເສີນ ຫຼາຍຄົນອາດຈະບໍ່ທັນເລິ້ງເຄີຍກັບມັນປານໃດ? ເພາະຍັງບໍ່ໄດ້ຖຶກກັບຕົນເອງ, ຄອບຄົວ-ພີ່ນ້ອງ, ແຕ່ຖ້າທ່ານພົບບັນຫາຕອນທີ່ປະຕູໜີບມືເມື່ອໃດນັ້ນ ເງິນກ້ອນດັ່ງກ່າວຈະມີຄ່າທັນທີ ຫາກທ່ານຍັງຮັກສາ ຫຼື ເກັບທ້ອນໄວ້ທຸກຄັ້ງທີ່ໄດ້ເງິນເດືອນ ຫຼື ມີລາຍຮັບເຂົ້າມາ.

ສໍາລັບມື້ນີ້, ພວກເຮົາຈະມາຮູ້ກ່ຽວກັບຄວາມສໍາຄັນຂອງເສິນສຸກເສີນ ວ່າຈະເປັນຄືແນວໃດ? ເພາະຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນກັບເງິນກ້ອນນີ້ພໍປະມານ ຫຼື ບາງຄັ້ງກໍ່ເບິ່ງຂ້າມຖືເປັນເລື່ອງທໍາມະດາ. ສະນັ້ນ, ເນື້ອໃນຂອງບົດຄວາມນີ້ຈະມາເວົ້າກ່ຽວກັບຄວາມໝາຍຄວາມສໍາຄັນຂອງມັນ ແລະ ວິທີຄວນຈະເກັບເງິນສໍາຮອງເພື່ອສຸກເສີນນີ້ໃຫ້ລະອຽດຫຼາຍຂຶ້ນ ໄດ້ແກ່:

- ອອມໄວ້ເພື່ອກໍລະນີຖຶກໄລ່ອອກຈາກວຽກ ຫຼື ຕົກງານ, ແຕ່ຍັງຕ້ອງລ້ຽງຕົນເອງ ແລະ ເບິ່ງແຍງຄອບຄົວ.
- ອອມໄວ້ເພື່ອເປັນຄ່າປິ່ນປົວໃນກໍລະນີເຮົາບໍ່ສາມາດເບີກເງິນລ່ວງໜ້າໄດ້ ຫຼື ກໍາລັງຢູ່ໃນໄລຍະຊອກຫາວຽກເຮັດບ່ອນໃໝ່.
- ອອມໄວ້ເປັນຄ່າໃຊ້ຈ່າຍສໍາລັບໜີ້ສິນໃນຍາມທີ່ບໍ່ມີເງິນພຽງພໍ.
- ອອມໄວ້ເປັນຄ່າໃຊ້ຈ່າຍໃນກໍລະນີຕ້ອງການໃຊ້ເງິນດ່ວນ, ແຕ່ເງິນດັ່ງກ່າວຍັງເປັນໃນຮູບແບບຂອງຊັບສິນ ຫຼື ແບບຖືຫຸ້ນ ທີ່ບໍ່ສາມາດຖອນອອກມາໃຊ້ທັນທີ.
- ອອມໄວ້ເພື່ອຄວາມອຸ່ນໃຈ ແລະ ຫຼຸດຜ່ອນຄວາມກັງວົນທີ່ອາດຈະເກີດຂຶ້ນໃນສິ່ງທີ່ບໍ່ຄາດເດົາໄດ້ ແລະ ເມື່ອເຖິງເວລາຈໍາເປັນຕ້ອງໄດ້ໃຊ້ເງິນຈໍານວນຫຼາຍ.

ເມື່ອເຮົາເຫັນຄວາມສໍາຄັນຂອງເງິນເຫຼົ່ານີ້ແລ້ວ ເຮົາຄວນຈະມີ “ເງິນສໍາຮອງສຸກເສີນ” ຫຼາຍປານໃດ?. ສໍາລັບການທ້ອນເງິນເພື່ອສຸກເສີນນັ້ນກໍ່ຂຶ້ນຢູ່ກັບຄ່າໃຊ້ຈ່າຍລາຍເດືອນຂອງແຕ່ລະຄົນ ເຊິ່ງບາງຄົນກໍ່ມີຄ່າໃຊ້ຫຼາຍ ກໍ່ອາດຈະທ້ອນເງິນບໍ່ໄດ້, ແຕ່ບາງຄົນກໍ່ມີຄ່າໃຊ້ຈ່າຍໜ້ອຍ ກໍ່ອາດຈະທ້ອນໄດ້ຫຼາຍ ຂຶ້ນຢູ່ກັບສະພາບແວດລ້ອມ ແລະ ອັດຕາການທ້ອນເງິນຂອງແຕ່ລະຄົນບໍ່ເທົ່າກັນ, ແຕ່ຫຼັກການໂດຍລວມປະກອບມີ 3 ແບບລຸ່ມນີ້:

- ສໍາລັບຄົນໂສດ ຫຼື ແຕ່ງງານແລ້ວ (ແຕ່ຍັງບໍ່ທັນມີລູກ + ບໍ່ມີພາລະຫຼາຍ) ກໍລະນີນີ້ຄວນເກັບເງິນສໍາຮອງສຸກເສີນໄວ້ປະມານ 3 ເທົ່າຂອງຄ່າໃຊ້ຈ່າຍຕໍ່ເດືອນ.
- ສໍາລັບຄົນໂສດ ຫຼື ແຕ່ງງານແລ້ວ (ແຕ່ຍັງບໍ່ທັນມີລູກ + ມີໜີ້ສິນ) ກໍລະນີນີ້ຄວນເກັບເງິນສໍາຮອງສຸກເສີນໄວ້ປະມານ 6 ເທົ່າຂອງຄ່າໃຊ້ຈ່າຍຕໍ່ເດືອນ.
- ສໍາລັບຄົນແຕ່ງງານແລ້ວ (ມີລູກ ແລະ ມີໜີ້ສິນ) ກໍລະນີນີ້ຄວນເກັບເງິນສໍາຮອງສຸກເສີນໄວ້ປະມານ 8 ເທົ່າຂອງຄ່າໃຊ້ຈ່າຍຕໍ່ເດືອນ.
ທີ່ມາ: ອອມມັນນີ ດ໋ອດຄອມ