ການກຳນົດເປົ້າໝາຍທາງການເງິນນັ້ນ ໄລຍະຂອງຄວາມຈຳເປັນ ຫຼື ຄວາມຕ້ອງການເງິນກໍ່ແຕກຕ່າງກັນ, ບາງຄັ້ງຄົນເຮົາຕ້ອງການໃຊ້ເງິນໃນຊ່ວງເວລາສັ້ນ ຫຼື ເວລາອັນໃກ້, ແຕ່ບາງຄົນກໍ່ມີຄວາມຈຳເປັນໃຊ້ເງິນໃນຊ່ວງເວລາໃດໜຶ່ງເທົ່ານັ້ນ ເພື່ອບັນເທົາໃຫ້ຜ່ານພົ້ນວິກິດໄປໄດ້; ແຕ່ສຳລັບໄລຍະຍາວ ຖືວ່າມີຄວາມຈໍາເປັນຢ່າງແນ່ນອນ ເພາະມັນໝາຍເຖິງຊາຕາກໍາຂອງເຮົາເອງ ວ່າຈະໄປທິດທາງໃດ ຫຼື ຈະເປັນແນວໃດເມື່ອຕອນຫາບໍ່ໄດ້. ສະນັ້ນ, ການກຳນົດເປົ້າໝາຍທາງການເງິນຂອງຄົນເຮົາ ຈຶ່ງມີຄວາມຈໍາເປັນ ແລະ ຄວນແບ່ງອອກເປັນ 3 ໄລຍະລຸ່ມນີ້:

ເປົ້າໝາຍໄລຍະສັ້ນ:
- ເປັນການວາງແຜນສຳລັບຊ່ວງໄລຍະເວລາສັ້ນບໍ່ເກີນ 1 ປີ;
- ການວາງແຜນທາງການເງິນໄລຍະສັ້ນເປັນການວາງແຜນເພື່ອະນາຄົດອັນໃກ້;
- ການວາງແຜນການເງິນກ່ຽວກັບເລື່ອງຄ່າໃຊ້ຈ່າຍໃນຊີວິດປະຈຳວັນ;
- ການເກັບເງິນອອມໃຊ້ໃນຍາມຈຳເປັນ, ເຄື່ອງນຸ່ງຫົ່ມ, ການພັກຜ່ອນ, ທີ່ຢູ່ອາໃສຊົ່ວຄາວ, ການເດີນທາງ ແລະ ອື່ນໆ.

ເປົ້າໝາຍໄລຍະກາງ:
- ເປົ້າໝາຍທາງການເງິນ ຄວນຈະເໝາະສົມກັບຖານະ ແລະ ສາມາດເຮັດສຳເລັດໄດ້;
- ເປົ້າໝາຍທາງການເງິນ ຄວນກຳນົດໃຫ້ຊັດເຈນ ແລະ ສະເພາະເຈາະຈົງ;
- ເປົ້າໝາຍທາງການເງິນ ຄວນມີຂອບເຂດເວລາທີ່ແນ່ນອນ ເພື່ອປະເມີນຄວາມສຳເລັດໄດ້.

ເປົ້າໝາຍໄລຍະຍາວ:
- ເປັນການວາງແຜນສຳລັບຊ້ວງເວລາ 5 ປີຂຶ້ນໄປ ອາດເຖິງ 10 ປີ ຫຼື 20 ປີຂ້າງໜ້າ;
- ເປົ້າໝາຍການເງິນໄລຍະຍາວ ສ່ວນຫຼາຍຈະກ່ຽວຂ້ອງກັບການທ້ອນເງິນໄວ້ຈ່າຍໃນອະນາຄົດ;
- ການວາງແຜນການເງິນໄລຍະຍາວ ກໍ່ເພື່ອຄວາມໝັ້ນຄົງ ແລະ ຄວາມສຸກໃນບັ້ນປາຍຊີວິດ;
- ວາງແຜນກ່ຽວກັບການລົງທຶນດ້ານອະສັງຫະລິມະຊັບ, ທີ່ຢູ່ຖາວອນ ຫຼື ເຂົ້າຮັບບໍານານ;
- ເປັນການສະສົມຄວາມມັ້ງຄັ້ງສົມບູນ ເພາະຈະໄດ້ເອົາເງິນມາໃຊ້ຈ່າຍໃນຍາມເຖົ້າແກ່ຊະລາ ຫຼື ອາດສະສົມໄວ້ເປັນມູນມໍລະດົກໃຫ້ແກ່ລູກຫຼານ.

ທີ່ມາ: https://aommoney.com