ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດໃນທົ່ວໂລກລວມທັງບ້ານເຮົາ ຈິ່ງເຮັດໃຫ້ຫຼາຍຄົນຕ້ອງວາງແຜນລາຍຈ່າຍຄືນໃໝ່ ເພາະບໍ່ສາມາດຄາດເດົາໄດ້ວ່າເສດຖະກິດຈະກັບມາດີຄືເກົ່າເມື່ອໃດ? ເຊິ່ງວິທີການຕັດລາຍຈ່າຍທີ່ບໍ່ຈໍາເປັນອອກໄປ ກໍຖືວ່າເປັນທາງອອກທີດີອີກແບບໜຶ່ງເພື່ອປະຢັດເງິນໃນກະເປົ໋າ. ເມື່ອເປັນແບບນີ້ ການເອົາຊະນະກັບວິກິດດັ່ງກ່າວ ເຮົາຄວນເລີ່ມຈາກຕົວເຮົາເອງດ້ວຍການປ່ຽນພຶດຕິກຳການໃຊ້ຈ່າຍໃນຫຼາຍດ້ານ ເພື່ອໃຊ້ກັບສິ່ງຈໍາເປັນແທ້ໆ ເປັນຕົ້ນແມ່ນ:
+ ຫຼີກເວັ້ນການຊຸມແຊວ:
ການກິນເຫຼົ້າ-ກິນເບຍ ຫຼື ງານສັງສັນ ທີ່ມີລັກສະນະຊຸມແຊວເປັນວົງນ້ອຍຫາໃຫຍ່ ເຖິງວ່າຈະເປັນງານສໍາຄັນກໍ່ຕາມ; ຫາກເຮົາເລື່ອນ ຫຼື ຫຼີກເວັ້ນງານເຫຼົ່ານັ້ນໄດ້ ກໍ່ຈະເປັນການປະຢັດລາຍຈ່າຍ ແຖມຍັງບໍ່ສ່ຽງຕໍ່ການຕິດພະຍາດໂຄວິດ-19 ນໍາອີກ.

+ ເລີກໃຊ້ບັດເຄຣດິດ:
ແມ່ນຢູ່ວ່າການຈ່າຍຜ່ານບັດເຄຣດິດ ມັນສະດວກວ່ອງໄວ, ແຕ່ຖ້າສາມາດຈ່າຍ ຫຼື ຜ່ອນໄດ້ໝົດບາດດຽວກໍ່ອາດຈະບໍ່ກະທົບຫຍັງ, ແຕ່ເມື່ອໃດທີ່ເຮົາຈ່າຍບໍ່ໄດ້ຕາມກໍານົດເວລາ ດອກເບ້ຍກໍ່ຈະເພີ່ມຂຶ້ນທັນທີ. ດັ່ງນັ້ນ, ໃນຊ້ວງທີ່ບໍ່ມີຄວາມແນ່ນອນຄືຈັ່ງຊີ້ ທາງອອກດີທີ່ສຸດແມ່ນ ບໍ່ຄວນໃຊ້ຈ່າຍຜ່ານບັດເຄຣດິດ.

+ ເລີກຊື້ສິ່ງຂອງບໍ່ຈໍາເປັນ:
ການຊັອບປິ້ງເລື້ອຍໆກໍ່ເປັນສ່ວນໜຶ່ງທີ່ເຮັດໃຫ້ເງິນໃນກະເປົ໋າບໍ່ຍັງ ເພາະການໃຊ້ຈ່າຍໃນສິ່ງທີ່ບໍ່ຈໍາເປັນ ຫຼື ແລ່ນຕາມກະແສແຟຊັ່ນ ກໍ່ເຮັດໃຫ້ເງິນໜີຈາກເຮົາໂດຍບໍ່ຮູ້ຕົວ ເນື່ອງຈາກວ່າໃນຍຸກນີ້ ເສດຖະກິດບໍ່ຄ່ອຍດີ ແລະ ບໍ່ຮູ້ວ່າອະນາຄົດຈະເປັນແນວໃດ?. ສະນັ້ນ, ຕ້ອງຢຸດເຊົາການປະພຶດ ເພື່ອໃຫ້ມີເງິນໄວ້ໃນຍາມສຸກເສີນອື່ນໆ.

+ ບໍ່ຄວນເປັນໜີ້:
ຫາກເຮົາເປັນໜີ້ໃນທ່າມກາງວິກິດແບບນີ້ ກໍ່ຍິ່ງເຮັດໃຫ້ເຮົາລໍາບາກໃນການຫາເງິນ ເພາະແຕ່ລະ ຄົນຕ່າງກໍ່ປະຢັດໃຊ້-ປະຢັດຈ່າຍ ເຮັດໃຫ້ເງິນບໍ່ສໍາຜັດໃນທ້ອງຕະຫຼາດ, ແຕ່ພັດເຮົາຕ້ອງຈ່າຍດອກເບ້ຍທຸກເດືອນ. ສະນັ້ນ, ຫາກບໍ່ແນ່ໃຈວ່າຈະສາມາດຜ່ອນຊໍາລະໜີ້ໄດ້ ທາງທີ່ດີບໍ່ຄວນເປັນໜີ້.

+ ຕິດຕາມຂໍ້ມູນ-ຂ່າວສານເປັນປະຈໍາ:
ການອ່ານ ຫຼື ເບິ່ງຂ່າວຈາກສໍານັກງານຕ່າງໆທີ່ມີຄວາມໜ້າເຊື່ອຖືໄດ້ ກໍ່ຈະເຮັດໃຫ້ເຮົາຮູ້ ແລະ ມີພື້ນຖານໃນການວາງແຜນອະນາຄົດ ເພາະການເອົາຕົວລອດທ່າມກາງເສດຖະກິດໃນເວລານີ້ ເຮົາຕ້ອງຫຼຸດຄ່າໃຊ້ຈ່າຍ ແລະ ໃຊ້ຊີວິດໃຫ້ຄອດຄ່ອງກັບສະຖານະການ ຖ້າເຮັດໄດ້ແນວນີ້ເຮົາຈະມີເງິນອອມ ກ້າວໄປເຖິງມີເງິນເຫຼືອ ແລະ ສາມາດຜ່ານວ່າໂຄວິດ-19 ໄດ້ແນ່ນອນ.

ທີ່ມາ: Aommoney.com