ພໍ່ແມ່ບາງຄົນຄິດວ່າ ເລື່ອງເງິນເດັກນ້ອຍບໍ່ຄວນຫຍຸ້ງ ແລະ ບໍ່ໄດ້ສອນລູກໆກ່ຽວກັບການເງິນ ຫຼື ການສ້າງຖານະເລີຍ, ຖ້າເປັນແບບນັ້ນເຮົາຄວນປ່ຽນຄວາມຄິດໃໝ່ໄດ້ແລ້ວ! ເພາະທຸກມື້ນີ້ ວິກິດການເງິນມີໃຫ້ເຫັນຢູ່ຕະຫຼອດ ແລະ ວິທີການແກ້ໄຂບັນຫາທີ່ດີທີ່ສຸດກໍຄືການແກ້ໄຂຄົນ ເຊິ່ງຄົນທີ່ຈະເປັນແກ້ໄຂວິກິດນັ້ນຄືຄົນລຸ້ນໃໝ່ທີ່ຈະຕ້ອງໄດ້ຮຽນຮູ້ເລື່ອງການເງິນຢ່າງຖືກຕ້ອງຕັ້ງແຕ່ເຍົາໄວ.

1.    ສອນລູກວ່າ “ໃຜໆກໍລວຍໄດ້

ຄົນສ່ວນໃຫຍ່ເຊື່ອວ່າ ຄົນເຮົາຈະລວຍກໍຕໍ່ເມື່ອມີຊາດກໍາເນີດທີ່ດີ, ເຂົ້າໂຮງຮຽນດີ, ມີວຽກດີ, ໄດ້ເຮັດ ເງິນເດືອນສູງ ຫຼື ມີພອນສະຫວັນທີ່ເກັ່ງໆ ຖ້າຫາກຈະຄິດແບບນີ້ກໍ່ຖືກ, ແຕ່ຄົນເຮົາເກີດມາມີຕົ້ນທຶນຊີວິດທີ່ແຕກຕ່າງກັນ ໂດຍມີຄວາມດຸໝັ່ນ, ຂະຫຍັນ, ອົດທົນ ແລະ ພັດທະນາຕົນເອງຢູ່ຕະຫຼອດເວລາກໍ່ຈະເຮັດໃຫ້ເຈົ້າການເປັນລວຍໄດ້.

2.    ສອນລູກວ່າ “ຄວາມຮັ່ງມີນໍາມາສູ່ຄວາມອິດສະຫຼະພາບ”

ຄວາມດີ-ຄວາມງາມຂອງການມີເງິນກໍຄື: ການມີອິດສະຫຼະພາບໃນແບບຊີວິດທີ່ຕ້ອງການ ບໍ່ວ່າເຮົາຢາກເຮັດຫຍັງ? ຢູ່ໃສ ຫຼື ຢາກເປັນຫຍັງ? ກໍຍ່ອມເປັນໄປໄດ້ ແລະ ສິ່ງສໍາຄັນໄປກວ່ານັ້ນ ເຈົ້າຈະບໍ່ເຈັບຫົວເລື່ອງການໃຊ້ຈ່າຍເງິນ.

3.    ສອນລູກວ່າ “ລູກເປັນຄົນອອກແບບອະນາຄົດຂອງຕົວເອງ”

ເຈົ້າຄືຜູ້ອອກແບບອະນາຄົດຂອງເຈົ້າເອງ ຈາກຄວາມເຊື່ອວ່າທີ່ວ່າ: ບາງຄົນມີຄວາມສາມາດພິເສດບາງຢ່າງໃນຕົວນັ້ນເປັນ ຖືເປັນເລື່ອງຂອງໂຊກຊາຕາ, ແຕ່ທຸກຢ່າງຂຶ້ນຢູ່ກັບຕົວເຮົາຕ່າງຫາກ ທີ່ຈະກໍານົດຊາຕາຊີວິດແນວໃດ? ຫາກເຈົ້າມີຄວາມເຊື່ອໝັ້ນໃນຕົວ ແລະ ມີຄວາມພະຍາຍາມສູງ ຈົນສາມາດເພິ່ງຕົວເອງໃຫ້ໄດ້ ກໍ່ສະແດງວ່າເຈົ້າປະສົບຜົນສໍາເລັດ ແລະ ໂອກາດທີ່ຈະກາຍເປັນຄົນລວຍໃນອະນາຄົດແມ່ນມີຄວາມເປັນໄປໄດ້ສູງ.

4.    ສອນລູກວ່າ “ຖ້າແກ້ໄຂບັນຫາໃຫ້ຄົນອື່ນໄດ້ຫຼາຍເທົ່າໃດ ເຮົາກໍຍິ່ງຈະລວຍຫຼາຍເທົ່ານັ້ນ”

ລະບົບເສດຖະກິດໃນປັດຈຸບັນນີ້ ມີກົດກະຕິກາງ່າຍໆກໍຄື: ຖ້າຢາກລວຍ ເຈົ້າຕ້ອງແກ້ໄຂບັນຫາໃຫ້ຄົນອື່ນໃຫ້ຫຼາຍເທົ່າໃດຍິ່ງດີ ເພາະວ່າບັນຫາມັກມີມາໃຫ້ແກ້ຢູ່ຕະຫຼອດ, ຫາກເຈົ້າສາມາດແກ້ໄຂບັນຫາເຫຼົ່າ ນັ້ນໄດ້ຢ່າງເໝາະສົມ; ບໍ່ພຽງແຕ່ຈະຖຶກທີ່ຍອມຮັບຂອງຫຼາຍໆຄົນ ແຕ່ເຈົ້າຍັງເປັນຄົນທີ່ມີຄວາມສາມາດທີ່ຫຼາກຫຼາຍຈົນເຮັດໃຫ້ຄວາມຮັ່ງມີແລ່ນມາຫາເຈົ້າໃນອະນາຄົດນໍາອີກ.

5.    ສອນລູກວ່າ “ຄິດເພື່ອຕົນເອງ”

ຄົນທົ່ວໄປຖືກສອນມາຕະຫຼອດວ່າ “ຕ້ອງຄິດຫຍັງ?” ແຕ່ສໍາລັບຄົນທີ່ຈະລວຍໄດ້ນັ້ນ ໄດ້ຖືກສອນໃຫ້ຮູ້ຈັກ “ວິທີຄິດ” ເຖິງວ່າລູກຂອງຄົນລວຍຈະໄດ້ຮັບບົດຮຽນດີໆຫຼາຍຢ່າງຈາກຄົນທີ່ມີຄວາມຮູ້, ແຕ່ສ່ວນໃຫຍ່ແລ້ວພວກເຂົາບໍ່ຮູ້ກດອກວ່າ ຈະເຮັດແນວໃດເພື່ອໃຫ້ຕົວເອງຮັ່ງມີໄດ້. ສະນັ້ນ, ເຂົາເຈົ້າຈຶ່ງມັກສອນ ໃຫ້ຕັ້ງເປົ້າໝາຍໃຫຍ່ເອົາໄວ້ ແລະ ໃຫ້ເຮັດຕາມເປົ້າໝາຍນັ້ນສໍາເລັດ ດ້ວຍການຊ່ວຍເຫຼືອພຽງນ້ອຍດຽວ.

6.    ສອນລູກວ່າ “ຕັ້ງເປົ້າໝາຍໃຫ້ສູງ”

ນັກຈິດຕະວິທະຍາຫຼາຍຄົນ ເຊື່ອວ່າ: ຄົນເຮົາບໍ່ຄວນຫວັງຫຍັງສູງເກີນໄປ ເພາະຈະບໍ່ໄດ້ເຈັບປວດຈາກການຜິດຫວັງນັ້ນໆ ເພາະພວກເຂົາເຊື່ອວ່າ ຖ້າຫວັງໜ້ອຍກໍຈະມີຄວາມສຸກຫຼາຍຂຶ້ນ; ແຕ່ຄົນລວຍມັກຈະສອນລູກວ່າ: “ຖ້າລູກຕັ້ງເປົ້າໄວ້ 10 ເຖິງວ່າຈະໄດ້ພຽງແຕ່ 5 ກໍດີກວ່າບໍ່ຫວັງຫຍັງເລີຍ” ເນື່ອງຈາກພວກເຂົາສອນລູກໃຫ້ກ້າສ່ຽງ, ກ້າທີ່ຈະລອງສິ່ງໃໝ່ໆ ແລະ ສະໜັບສະໜູນໃຫ້ເຮັດແບບນັ້ນຢູ່ສະເໝີ.

7.    ສອນລູກວ່າ “ຈົ່ງເຊື່ອໝັ້ນໃນຕົວເອງ”

ຫົນທາງສູ່ຄວາມສໍາເລັດທີ່ຍິ່ງໃຫຍ່ ຍ່ອມເຕັມໄປດ້ວຍອຸປະສັກ, ຄວາມຜິດຫວັງ ແລະຄວາມລົ້ມເຫຼວ ເຊິ່ງວິທີການເອົາຊະນະສິ່ງເຫຼົ່ານີ້ໃຫ້ໄດ້ກໍຄື: ຢ່າຖິ້ມຄວາມເປັນຕົວຕົນຂອງເຮົາ, ບໍ່ວ່າຈະຕ້ອງພົບຫຍັງ ຈົ່ງເຊື່ອໝັ້ນໃນຕົວເອງວ່າເຈົ້າຈະຈັດການກັບມັນໄດ້ ແລະ ຢ່າຢຸດໃຫ້ກໍາລັງໃຈຕົວເອງ ເຖິງວ່າຄົນອື່ນອາດຈະໝົດຄວາມເຊື່ອໝັ້ນໃນຕົວເອງກໍບໍ່ເປັນຫຍັງ ຂໍພຽງແຕ່ເຈົ້າເຊື່ອໝັ້ນໃນຕົວເອງເທົ່ານີ້ກໍ່ພໍ.

ຂອບໃຈທີ່ມາ: https://aommoney.com