ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ຈັດກອງປະຊຸມສະຫຼຸບຜົນການດໍາເນີນງານຂອງປີ 2019 ແລະ ຮັບຮອງທິດທາງແຜນການທຸລະກິດປີ 2020 ພາຍໃຕ້ຄຳຂວັນ “ກ້າວໄກ ໂດຍນໍາໃຊ້ດິຈິຕອລ ເຕັມຮູບແບບເພື່ອຮັບໃຊ້ສັງຄົມ” ເຊິ່ງໃຫ້ກຽດເປັນປະ ທານຂອງທ່ານ ວີເພັດ ສີຫາຈັກ ປະທານສະພາບໍລິຫານ ສກຈຮ ເອກພັດທະນາ, ທ່ານ ສົມພອນ ສີແສງລັດ ອໍານວຍການ ສກຈຮ ເອກພັດທະນາ, ມີບັນດາຄະນະຜູ້ບໍລິຫານ, ທີ່ປຶກສາ ແລະ ພະນັກງານເຂົ້າຮ່ວມ.
ໂອກາດນີ້, ທ່ານ ສົມພອນ ສີແສງລັດ ອໍານວຍການ ສກຈຮ ເອກພັດທະນາ ກ່າວວ່າ: ສກຈຮ ເອກພັດທະນາ ໄດ້ດໍາເນີນທຸລະກິດໃນຂະແໜງການເງິນຈຸລະພາກມາເປັນເວລາ 14 ປີ ແລ້ວ ເຊິ່ງໄລຍະຜ່ານມາຈົນຮອດດຽວນີ້ ພວກເຮົາທຸກຄົນເຕີບໂຕຢ່າງໝັ້ນຄົງ ແລະ ຜົນການດໍາເນີນທຸລະກິດໃນແຕ່ລະປີກໍ່ໄປຕາມທິດທາງແຜນການ ແລະ ມີກໍາໄລທຸກປີ. ມາຮອດປັດຈຸບັນ ເຮົາມີລູກຄ້າຫຼາຍກວ່າ 1 ແສນຄົນທີ່ໃຊ້ບໍລິການ ເປັນຕົ້ນແມ່ນ: ການໃຫ້ສິນເຊື່ອ, ການລະດົມເງິນຝາກ, ມີຜະລິດຕະພັນທີ່ຫຼາກຫຼາຍ, ການສົ່ງເສີມຄວາມຮູ້ທາງດ້ານການເງິນທັງໃນລະບົບອອນລາຍ, ອ໊ອຟລາຍ ແລະ ອື່ນໆ.
ສໍາລັບການດໍາເນີນທຸລະກິດໃນປີ 2019 ຜ່ານມາ ເຫັນວ່າໄປຕາມແຜນຢ່າງໜ້າພໍໃຈສົມຄວນທ່າມກາງເສດຖະກິດທີ່ຜັນແປໄປຢ່າງສັບສົນ; ເຖິງວ່າການປ່ອຍສິນເຊື່ອໜ້ອຍລົງ ແຕ່ເນັ້ນເລື່ອງຄຸນນະພາບຫຼາຍຂຶ້ນ. ຄຽງຄູ່ກັນນັ້ນ, ສກຈຮ ເອກພັດທະນາ ໄດ້ເລີ່ມຕົ້ນ Social Performance Management Audit ຈາກຜູ້ກວດສອບຈາກສາສາກົນ.
ໃນພິທີ, ທ່ານ ວີເພັດ ສີຫາຈັກ ປະທານສະພາບໍລິຫານ ສກຈຮ ເອກພັດທະນາ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນປີ 2019 ຜ່ານມາ ໂດຍສະເພາະແມ່ນການດໍາເນີນທຸລະກິດທີ່ເປັນເລີດໃນການໃຫ້ບໍລິການທາງການດ້ານເງິນທີ່ມີປະສິດທິພາບ; ອັນສ້າງຄວາມໝັ້ນໃຈ ແລະ ຄວາມໜ້າເຊື່ອຖືໃຫ້ແກ່ລູກຄ້າກໍ່ຄືຜູ້ໃຊ້ບໍລິການຕະຫຼອດໄລຍະ 14 ປີຜ່ານມາ. ສະນັ້ນ, ເພື່ອຮັກສາໄດ້ເຖິງຄຸນະພາບ ແລະ ມາດຕະຖານຂອງ ສກຈຮ ເອກພັດທະນາໃນປີ 2020 ຈຶ່ງຮຽກຮ້ອງໃຫ້ຜູ້ບໍລິຫານ ແລະ ພະນັກງານທຸກຄົນ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຜນທຸລະກິດ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.
ພາບບັນຍາກາດພາຍໃນງານ





