ໃນວັນ 27 ກັນຍາ 2019 ທີ່ຜ່ານມາ ສກຈຮ ເອກພັດທະນາ ໜ່ວຍງານລະດົມເງິນຝາກ ສືບຕໍ່ໃຫ້ການບໍລິການ ແລະ ການຝຶກອົບຮົມຄວາມຮູ້ພື້ນຖານທາງດ້ານການເງິນໃຫ້ຄູ ແລະ ນ້ອງນັກຮຽນຢູ່ໂຮງຮຽນປະຖົມ ນ້ຳຊົ້ງ ເມືອງປາກລາຍ, ແຂວງ ໄຊຍະບູລີ ພິທີດັ່ງກ່າວເປັນກຽດເຂົ້າຮ່ວມໂດຍທ່ານອາຈານ ເຂັມພອນ ສະລຸທັນທອງ ຜູ້ອຳນວຍການໂຮງຮຽນ ແລະ ທ່ານ ຫຸມພັນ ພິມສະຫວັດ ທີ່ປຶກສາພາຍໃນ, ທ່ານນາງ ສີອຳໄພ ມະນີວົງ ຜູ້ຈັດການໜ່ວຍງານລະດົມເງິນຝາກ ແລະ ທີມງານຂອງ ສກຈຮ ເອກພັດທະນາ.







