ສກຈຮ ເອກພັດທະນາ ໜ່ວຍງານລະດົມເງິນຝາກ ເລີ່ມຂະຫຍາຍການບໍລິການ ແລະ ການຝຶກອົບຮົມຄວາມຮູ້ພື້ນຖານທາງດ້ານການເງິນໃຫ້ນ້ອງນັກຮຽນຢູ່ໂຮງຮຽນມັດທະຍົມຕົ້ນ ເມືອງປາກລາຍ, ແຂວງ ໄຊຍະບູລີ ພິທີດັ່ງກ່າວເປັນກຽດເຂົ້າຮ່ວມໂດຍທ່ານອາຈານ ຄຳເພົ້າ ສີວິໄລ ຜູ້ອຳນວຍການໂຮງຮຽນ ແລະ ທ່ານ ຫຸມພັນ ພິມສະຫວັດ ທີ່ປຶກສາພາຍໃນ, ທ່ານນາງ ສີອຳໄພ ມະນີວົງ ຜູ້ຈັດການໜ່ວຍງານລະດົມເງິນຝາກ ແລະ ທີມງານຂອງ ສກຈຮ ເອກພັດທະນາ.



