
ອີເອັມໄອ ໄດ້ຮັບການຍ້ອງຍໍຜູ້ທີ່ມີຜົນງານປະກອບສ່ວນຂະແໜງການທະນາຄານ ໃນໄລຍະ 5 ປີຜ່ານມາ.
ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (EMI) ໄດ້ຮັບໃບຍ້ອງຍໍຜົນງານຈາກທະນາຄານ ແຫ່ງ ສປປ ລາວ ທີ່ໄດ້ປະກອບສ່ວນເຂົ້າໃນຂະແໜງການທະນາຄານ ໄລຍະ 5 ປີ (2013 – 2018), ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານ ແຫ່ງ ສປປ ລາວ (ທຫລ) ຄົບຮອບ 50 ປີ (07/10/1968 – 07/10/2018); ເຊິ່ງໃຫ້ກຽດມອບໃບຍ້ອງຍໍຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ແລະ ຂຶ້ນຮັບໂດຍ ທ່ານ ສົມພອນ ສີແສງລັດ ຜູ້ອໍານວຍການຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ.
ພິທີດັ່ງກ່າວ, ຈັດຂຶ້ນໃນວັນພະຫັດ ທີ 28 ມີນາ 2019 ຜ່ານມາ ທີ່ທະນາຄານ ແຫ່ງ ສປປ ລາວ ໂດຍມີບັນດາທະນາຄານທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ບັນດາສະຖາບັນການເງິນ, ລວມທັງຜູ້ມີສ່ວນຮ່ວມໃນການພັດທະນາຕະຫຼາດທຶນລາວເຂົ້າຮ່ວມຮັບໃບຍ້ອງຍໍ 58 ພາກສ່ວນ.
