ປະກັນຊີວິດເງິນຝາກ
- ຄຸ້ມຄອງສອງເທົ່າຂອງຈຳນວນເງິນຝາກໃນບັນຊີຈາກກໍລະນີເສຍຊີວິດຈາກອຸປະຕິເຫດ (ຄຸ້ມຄອງສູງສຸດບໍ່ເກີນ 20 ລ້ານກີບ)
- ຄຸ້ມຄອງໜຶ່ງເທົ່າຂອງຈຳນວນເງິນໃນບັນຊີຈາກກໍລະນີເສຍຊີວິດຍ້ອນພະຍາດ / ໂລກໄພໄຂ້ເຈັບຕ່າງໆ (ຄຸ້ມຄອງສູງສຸດບໍ່ເກີນ 10 ລ້ານກີບ)
ປະກັນຊີວິດເງິນກູ້
- ສະຖາບັນການເງິນຈຸລາພາກແຫ່ງທຳອິດໃນລາວຮ່ວມມືກັບ ບໍລິສັດ ອາລິອັນສ໌ປະກັນໄພລາວ
- ຜູ້ໄດ້ຮັບການປະກັນໄພ ກໍຄືລູກຄ້າທີ່ກູ້ຢືມເງິນກູ້ແບບເພື່ອພັດທະນາ ແລະ ເພີ່ມອີກຄົນນື່ງ
- ຜູ້ກູ້ຢືມ ສາມາດເລືອກເພີ່ມອີກຄົນນື່ງຈາກຊຳມາຊິກຄອບຄົວ: ຜົວ ຫຼືເມຍ, ພໍ່ແມ່, ລູກ, ອ້າຍນ້ອງ. ຍາດພີ່ນ້ອງແກ່ວດອງ ແລະ ບຸກຄົນອື່ນໆ ແມ່ນບໍອະນຸຍາດ
- ຜູ້ໄດ້ຮັບການປະກັນໄພ ຕ້ອງມີອາຍຸລະຫວ່າງ 6 ຫາ 60 ປີເທົ່ານັ້ນ
- ປະກັນໄພຈະຈ່າຍເມື່ອຜູ້ໄດ້ຮັບການປະກັນໄພຈາກໄປ (ຕາຍ)
- ຜົນປະໂຫຍດຈາກການປະກັນໄພ: ວົງເງິນກູ້ເດີມ + ໜີ້ທີ່ຍັງຄົງຄ້າງ
- ສັນຍາປະກັນໄພແມ່ນມີຜົນນັບແຕ່ມື້ປ່ອຍກູ້ຈົນຮອດມື້ສີ້ນສຸດຕາມທີ່ໄດ້ລະບຸໄວ້, ແມ້ແຕ່ໜີ້ຖືກຊຳລະກ່ອນ ຫຼື ຫຼັງກໍຕາມ
- ປະກັນຊີວິດເງິນກູ້ແມ່ນພາກບັງຄັບສຳລັບທຸກຄົນທີ່ກູ້ຢືມປະເພດເງິນກູ້ເພື່ອພັດທະນາ
- ສ່ວນປະເພດອື່ນໆແມ່ນບໍ່ມີປະກັນໄພ
ຂໍ້ຍົກເວັ້ນ
- ການເສຍຊີວິດຈາກເຫດການລຸ່ມນີ້ຈະບໍ່ໄດ້ຮັບການຄຸ້ມກັນ :- ການຂ້າໂຕຕາຍ Suicide- ກ່ຽວຂ້ອງກັບອາຍາ (ເຊັ່ນວ່າ ຄູ່ສົມລົດ ຂ້າຜູ້ໄດ້ຮັບປະກັນໄພເພື່ອຫວັງຜົນ).- ໃນຂະນະທີ່ປະຕິບັດໜ້າທີ່ທາງທະຫານ, ຕຳຫຼວດ ຫຼື ອາສາສະມັກ ແລະເຂົ້າຮ່ວມສົງຄາມ ຫຼື ກໍສາຍະກຳ.
– Terrorism ການກໍ່ການຮ້າຍ.
– ການລະເບີດ ຂອງລູກລະເບີດ ອາວຸດທີ່ບໍ່ທັນແຕກ, ເຮັດວຽກໃນອຸມົງ, ໃຕ້ດິນ, ໃຕ້ນ້ຳ ແລະ ນຳໃຊ້ ວັດຖຸລະເບີດ.
– ສົງຄາມ (ປະກາດຫຼືບໍ່ປະກາດກໍຕາມ) ການຮຸກຮານ ຫຼື ການກະທໍາຂອງສັດຕູຕ່າງຊາດ ສົງຄາມກາງເມືອງ, ການປະຕິວັດ, ການກະບົດ, ການຈາລະຈົນ, ການນັດຢຸດງານ, ການກໍ່ຄວາມວຸ້ນວາຍ ເຖີງຂັ້ນລຸກຮື້ຂຶ້ນຕ້ານລັດຖະບານ.
– ໃນຂະນະທີ່ປະຕິບັດໜ້າທີ່ທາງທະຫານ, ຕຳຫຼວດ ຫຼື ອາສາສະມັກ ແລະເຂົ້າຮ່ວມສົງຄາມ ຫຼື ກໍສາຍະກຳ.
– ອາວຸດນີວເຄຼຍ ການແຜ່ລັງສີ, ຫຼື ກຳມະຕະພາບລັງສີ ຈາກເຊື້ອເພີງນີວເຄຼຍ ຫຼື ຈາກນີວເຄຼຍອື່ນໆ ອັນເນື່ອງມາຈາກການໄໝ້ຂອງເຊື້ອເພີງນີວເຄຼຍ ແລະ ຈາກກຳມະວິທີອື່ນໆ ແຫ່ງການແຍກຕົວທາງນີວເຄຼຍ ເຊີ່ງດຳເນີນຕໍ່ເນື່ອງກັນໄປ.
ແມ່ນໃຜຈະໄດ້ຮັບເງິນ?
- ປົກກະຕິ ຜູ້ປະກັນທີ່2 ຈະເປັນຜູ້ຮັບເງິນ.
- ຜູ້ຮັບເງິນປະກັນໄພເອີ້ນວ່າ ຜູ້ໄດ້ຮັບຜົນປະໂຫຍດ
- ຖ້າຜູ້ໄດ້ຮັບຜົນປະໂຫຍດຍັງບໍ່ທັນພົ້ນພາວະເດັກ, ເງິນປະກັນໄພຈະຖືກຈ່າຍໃຫ້ຜູ້ປົກຄອງຮັກສາໄວ້ໃຫ້.
- ຖ້າບໍ່ມີຜູ້ຮັບຜົນປະໂຫຍດ, ສຳມາຊິກໃນຄອບຄົວຜູ້ທີ່ໄກ້ຊິດຈະເປັນຜູ້ຮັບ.
ຄ່າທຳນຽມ: ຈະຖຶກຄິດໄລ່ຫຼາຍປານໃດ?
- ອັດຕາຄິດໄລ່ແມ່ນ 0.175% ຕໍ່ເດືອນ ຫຼື 2.1% ຕໍ່ປີ
- ຄ່າທຳນຽມຈະຖືກຫັກຈາກວົງເງິນກູ້ເລີຍ.
- ຄ່າທຳນຽມແມ່ນຂຶ້ນກັບວົງເງິນ ແລະ ໄລຍະເວລາກູ້ ເຖີງແມ່ນວ່າບໍ່ມີຜູ້ປະກັນຮ່ວມຄ່າທຳນຽມກໍຍັງເໝືອນເດີມ.