“ວິໄສທັດ ແລະ ພາລະກິດ”
ວິໄສທັດ: ເພື່ອເປັນສະຖາບັນການເງິນຈຸລະພາກລະດັບແຖວໜ້າໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການບໍລິການດ້ານການເງິນທີ່ມີຄຸນນະພາບ ແລະ ໃຫ້ຄວາມຮູ້ທາງດ້ານການເງິນ ເພື່ອສ້າງຄວາມເຂັ້ມແຂງດ້ານເສດຖະກິດຂອງຄອບຄົວທີ່ມີລາຍໄດ້ຕ່ຳ ແລະ ປານກາງໃນ ສປປ.ລາວ.
ພາລະກິດ: ໃຫ້ການບໍລິການດາ້ນການເງິນທີ່ຫຼາກຫຼາຍແບບມີຄວາມຮັບຜິດຊອບ ແລະ ໃຫ້ຄວາມຮູ້ທີ່ກ່ຽວກັບການເງິນ ແກ່ຄອບຄົວທີ່ມີລາຍໄດ້ຕ່ຳ ແລະ ປານກາງເພື່ອສ້າງຄວາມເຂັ້ມແຂງດ້ານການດຳລົງຊີວິດ ແລະ ທຸລະກິດຄອບຄົວຂອງພວກເຂົາແບບຍືນຍົງ.
“ເປົ້າໝາຍທາງດ້ານສັງຄົມ”
- EMI ໃຫ້ບໍລິການດ້ານການເງິນທີ່ດີເລີດ ເຊິ່ງຊ່ວຍໃຫ້ລູກຄ້າມີການເຕີບໃຫຍ່ຂະຫຍາຍຕົວດ້ານຊັບສິນຂອງຄົວເຮືອນ ແລະ ທຸລະກິດຂອງພວກເຂົາໄດ້ຢ່າງຍຶນຍົງ.
- EMI ໃຫ້ຄວາມຮູ້ທາງດ້ານການເງິນທີ່ດີເລີດ, ເຊິ່ງຊ່ວຍໃຫ້ລູກຄ້າສາມາດບໍລິຫານການເງິນໄດ້ຢ່າງສະຫຼາດ (EMI ຕອບສະໜອງຄວາມຕ້ອງການທາງດ້ານການເງິນຂອງຄົວເຮືອນ ແລະ ການຂະຫຍາຍທຸລະກິດຂອງພວກເຂົາ).
- EMI ແມ່ນອົງກອນທີ່ໃຫ້ໂອກາດແບບສະເໝີພາບກັນ ແລະ ໃຫ້ຄວາມສຳຄັນໃນການລົງທຶນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຢ່າງຕໍ່ເນື່ອງ.
- EMI ຮັກສາຄວາມຍືນຍົງໃນດ້ານການເງິນໄລຍະຍາວໂດຍຜ່ານການສ້າງຄຸນຄ່າໃຫ້ແກ່ລູກຄ້າ.
“ປະຫວັດຄວາມເປັນມາ”

ສະຖາບັນການເງິນຈຸລະພາກ ເອກພັດທະນາ (EMI) ເປັນສະຖາບັນ ການເງິນຈຸລະພາກທີ່ໄດ້ຮັບໃບອະນຸຍາດ ໃຫ້ດຳເນີນງານເພື່ອສະໜອງ ການບໍລິການການເງິນຈຸລະພາກແຫ່ງທຳອິດໃນ ສປປ ລາວ ພາຍໃຕ້ ຂໍ້ກຳນົດກົດລະບຽບ ວ່າດ້ວຍສະຖາບັນການເງິນຈຸລະພາກຂອງ ລັດຖະບານ ສປປ ລາວ ເຊີ່ງໄດ້ປະກາດໃຊ້ໃນປີ 2005 ແລະ ຈາກນັ້ນ ມາກໍ່ໄດ້ມີການດັດແກ້ປັບປຸງໃນປີ 2008.
ສະຖາບັນການເງິນຈຸລະພາກ ເອກພັດທະນາ (EMI) ໄດ້ຖືກສ້າງຕັ້ງຂື້ນ ໃນຊ່ວງໄລຍະເວລາທີ່ ສປປ ລາວ ກຳລັງເລີ່ມ ທຳຄວາມພະຍາຍາມໃນການຕໍ່ສູ້ເພື່ອຫຼຸດພົ້ນອອກຈາກສະພາບທີ່ເປັນປະເທດ ດ້ອຍພັດທະນາ ແລະ ມາຮອດປະຈຸບັນສະຖາບັນການເງິນຈຸລະ ພາກດັ່ງກ່າວ ໄດ້ທຸ້ມເທ ແລະ ເຮັດວຽກດ້ວຍຄວາມຫ້າວຫັນ ເພື່ອປະກອບສ່ວນເຂົ້າໃນຂະບວນ ການຫຼຸດຜ່ອນຄວາມທຸກຍາກ ແລະ ເຮັດໃຫ້ເປົ້າໝາຍ ສະຫະສະວັດເພື່ອການພັດທະນາ (MDG) ປະສົບຜົນ ສຳເລັດ. ຍ້ອນເຫດຜົນດັ່ງກ່າວ, ຂະແໜງການເງິນຈຸລະພາກຈື່ງໄດ້ຖືກຮັບຮອງວ່າ ເປັນເຄື່ອງມືອັນໜື່ງທີ່ຈະຊ່ວຍເຮັດໃຫ້ເສດຖະ ກິດຂອງປະເທດ ກ້າວສູ່ເສດຖະກິດຕະຫລາດ ແລະ ຊ່ວຍກະຕຸກຊຸກຍູ້ ການຫັນປ່ຽນຈາກການຜະລິດກະສິກຳແບບກຸ້ມຕົນເອງກ້າວສູ່ການຜະລິດກະສິກຳເປັນສິນຄ້າ.
ຈາກຜົນຂອງການສຶກສາຫຼາຍໆຄັ້ງໄດ້ສະແດງໃຫ້ເຫັນວ່າ ຄວາມຕ້ອງ ການການບໍລິການດ້ານການເງິນທີ່ມີຄວາມຍືນຍົງ ໃນ ສປປ ລາວແມ່ນຍັງມີຢ່າງຫຼວງຫຼາຍ. ສະນັ້ນ, ເປົ້າໝາຍຂອງ EMI ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຄືດັ່ງກ່າວ ແລະ ທຳຄວາມ ພະຍາຍາມເພື່ອເຮັດໃຫ້ເປົ້າໝາຍນີ້ປະສົບຜົນສຳເລັດ ດ້ວຍການສະໜອງຜະລິດຕະພັນດ້ານການເງິນແບບໃໝ່ທີ່ເໝາະສົມ ແລະ ມີຄວາມຍືນຍົງ ໃຫ້ແກ່ລູກຄ້າຂອງຕົນ. ບຸລິມະສິດຕົ້ນຕໍຂອງສະຖາບັນແມ່ນສຸມໃສ່ການນຳໃຊ້ຮູບ ແບບ ແລະ ຫຼັກການເຊີ່ງເປັນການປະຕິບັດງານທີ່ດີທີ່ສຸດຂອງສາກົນກ່ຽວກັບການເງິນຈຸລະພາກ ໂດຍນຳມາປັບໃຊ້ໃຫ້ສອດຄ່ອງກັບສະພາບ ການຂອງ ສປປ ລາວ.
ສະຖາບັນການເງິນຈຸລະພາກ ເອກພັດທະນາ (EMI) ໄດ້ຈົດທະບຽນ ເປັນບໍລິສັດເອກະຊົນລາວ ທີ່ມີທຶນເລີ່ມຕົ້ນ ຈຳນວນ 100,000 ໂດລາສະຫະລັດ ເຊີ່ງໄດ້ມາຈາກ 10 ຂາຮຸ້ນ EMI ໄດ້ປ່ອຍເງິນກູ້ງວດ ທຳອິດໃນເດືອນເມສາ ປີ 2006. ຂະບວນການ ຫ້າງຫາກະກຽມ, ການຂໍໃບອະນຸຍາດສ້າງຕັ້ງ ແລະ ການຮັບເອົາ ພະນັກງານແມ່ນໄດ້ຖືກ ຈັດຕັ້ງປະຕິບັດໃນລະ ຫວ່າງເດືອນຕຸລາ ປີ 2005 ຫາ ເດືອນເມສາ ປີ 2006.
ຕະລອດໄລຍະເວລາ 14 ປີທີ່ຜ່ານມາ, EMI ແມ່ນໄດ້ສຸມຄວາມ ພະຍາຍາມຂອງຕົນ ເພື່ອສະໜອງການບໍລິການດ້ານ ການເງິນໃຫ້ແກ່ຄົວເຮືອນທີ່ມີລາຍຮັບຕ່ຳ ແລະ ລາຍຮັບລະດັບປານກາງທີ່ຍັງບໍ່ທັນໄດ້ ເຂົ້າເຖິງການບໍລິການດ້ານການເງິນມາກ່ອນ.