ລາຍຈ່າຍທີ່ຕ້ອງລະວັງ ເມື່ອເຮັດວຽກຢູ່ເຮືອນໄລຍະໂຄວິດ-19
ການເຮັດວຽກຢູ່ເຮືອນ ຫຼື (Work From Home) ຖືເປັນມິຕິໃໝ່ທີ່ຫາກໍ່ເກີດຂຶ້ນໃນທົ່ວໂລກ ເມື່ອພະຍາດໂຄວິດ-19 ລະບາດຢ່າງໜັກ ເຮັດໃຫ້ລັດຖະບານຂອງແຕ່ລະປະເທດ ລວມທັງ ສປປ ລາວ ເຮົາຕ້ອງກັກໂຕເອງຢູ່ເຮືອນດ້ວຍການພັກຍາວແບບບໍ່ມີກໍານົດ. ແຕ່ໃນຂະນະດຽວກັນ, ກໍ່ຕ້ອງຮັບຜິດຊອບວຽກປົກກະຕິດໂດຍເຮັດວຽກຜ່ານລະບົບອອນລາຍເຊັ່ນ: E-Meeting, E-Learning, E-Commerce, E-Banking, E-Office ແລະ ອື່ນໆນັບທັງພາກລັດກໍ່ຄືເອກະຊົນ. ຫາກເບິ່ງຜິວເຜີນກໍ່ຖືວ່າເປັນການປ່ຽນຮູບແບບການເຮັດວຽກຢູ່ຫ້ອງການໃນແຕ່ລະມື້ ເປັນການຕື່ນຂຶ້ນມາເຮັດວຽກຢູ່ເຮືອນໂດຍກົງ ເຊິ່ງເຮັດໃຫ້ຄ່າໃຊ້ຈ່າຍຕ່າງໆຫຼຸດລົງ, ແຕ່ທ່ານຮູ້ບໍວ່າ ຍັງມີບາງຢ່າງທີ່ອາດຈະເພີ່ມຂຶ້ນແບບບໍ່ຮູ້ໂຕ ເມື່ອທ້າຍເດືອນມາລວມກັນບາງຢ່າງກໍ່ອາດຈະສູງກວ່າເຮົາອອກໄປເຮັດວຽກຢູ່ຫ້ອງການອີກຫຼາຍເທົ່າ. ສະນັ້ນ, ນັກເສດຖະສາດໄດ້ແນະນຳໃຫ້ທ່ານຄວນມີສະຕິໃນການໃຊ້ຈ່າຍໃນໄລຍະທີ່ພະຍາດໂຄວິດ-19 ລະບາດ ເປັນຕົ້ນແມ່ນ: 1. ຄ່າຊົມໃຊ້ກະແສໄຟຟ້າ: ເມື່ອເຮົາພັກຜ່ອນ ຫຼື ເຮັດວຽກຢູ່ເຮືອນຫຼາຍຂຶ້ນ ກໍ່ຕ້ອງຊົມໃຊ້ໄຟຟ້າຫຼາຍຂຶ້ນເປັນທໍາມະດາ ຈຶ່ງບໍ່ແປກໃຈປານໃດເມື່ອບິນຄ່າໄຟມາເຖິງມືທ່ານ ເນື່ອງຈາກທ່ານໃດ້ໃຊ້ໄຟໄປກັບການເຮັດວຽກເຊັ່ນ: ເປີດແອຣ໌ ຫຼື ພັດລົມ, ເປີດຄອມພິວເຕີ, ເປີດໄຟ, ເບິ່ງໜັງ-ຟັງເພງ, ແຕ່ງຢູ່ຄົວກິນ ແລະ ຈັດງານສັງສັນອື່ນໆ. ຫາກທຽບໃສ່ກັບການອອກໄປເຮັດວຽກຢູ່ຫ້ອງການແລ້ວ ເຮົາໃຊ້ເວລາຢູ່ເຮືອນພຽງແຕ່ຕອນແລງ ຫຼື ວັນເສົາ-ອາທິດເທົ່ານັ້ນ, ແຕ່ທ່ານພັກຜ່ອນຍາວແບບນີ້ …
ລາຍຈ່າຍທີ່ຕ້ອງລະວັງ ເມື່ອເຮັດວຽກຢູ່ເຮືອນໄລຍະໂຄວິດ-19Read More »