ປູກຈິດສໍານຶກການອອມເງິນ ໃຫ້ນ້ອງນ້ອຍໂຮງຮຽນປະຖົມສົມບູນຫ້ວຍຫົງ.

ພວກເຮົາເຊື່ອມາຕະຫຼອດວ່າ: ການປູກຈິດສຳນຶກເດັກໄປແຕ່ຍັງນ້ອຍເປັນສິ່ງທີ່ສຳຄັນ ເພາະເວລາເຂົາເຈົ້າໃຫຍ່ຂຶ້ນມາຈະເກີດເປັນຄວາມຊິນເຄີຍ ແລະ ຮູ້ຈັກການເງິນຂັ້ນພື້ນຖານ, ຮູ້ຈັກວິທີການເປີດບັນຊີເງິນຝາກດ້ວຍຕົນເອງ, ມີປຶ້ມບັນຊີຂອງຕົນເອງ, ຝາກເງິນດ້ວຍຕົນເອງ, ຮູ້ຈັກຕັ້ງເປົ້າໝາຍ ແລະ ວາງແຜນໃນອະນາຄົດຂອງຕົນເອງ.

ຜູ້ປົກຄອງສາມາດສອນລູກຫຼານຂອງຕົນກ່ຽວກັບການເງິນ ເພື່ອໃຫ້ເຂົາເຈົ້າກາຍເປັນຄົນສະຫຼາດໃຊ້, ສະຫຼາດຈ່າຍຕັ້ງແຕ່ຍັງນ້ອຍ ດ້ວຍການແນະນຳເທັກນິກ ຫຼື ວິທີການອອມເງິນດ້ວຍຮູບແບບຕ່າງໆຕາມໄວອັນຄວນ. ໃນນີ້, ພວກເຮົາມີເຄັດລັບການແບ່ງຊ້ວງເວລາຂອງເດັກນ້ອຍທີ່ຈະເລີນເຕີບໂຕ ອອກເປັນ 5 ໄລຍະດ້ວຍຄອນເຊັບດັ່ງນີ້: Saving, Spending, Sending, Sharing ແລະ Controlling.


+ ອາຍຸ 3 – 5 ປີ ສອນໃຫ້ຮູ້ຈັກອອມເງິນ:

      ເດັກນ້ອຍທີ່ມີອາຍຸໃນໄລຍະນີ້ ພໍ່ແມ່ຄວນສອນໃຫ້ເຂົາເຈົ້າຮູ້ວິທີການຢອດເງິນໃສ່ກະປຸກອອມສິນໃນແຕ່ລະອາທິດ ແລະ ມີຕິດຕາມຢ່າງຕໍ່ເນື່ອງ ເພາະການບັງຄັບແບບນີ້ຈະເຂົາຮູ້ສຶກວ່າມີເງິນເປັນຂອງຕົນເອງ. ນອກນັ້ນ, ກໍ່ຕ້ອງອະທິບາຍຄວາມສໍາຄັນຂອງການລໍຖ້າເພື່ອໃຫ້ໄດ້ສິ່ງທີ່ຕ້ອງການ, ສອນໃຫ້ຮູ້ເຖິງການທ້ອນເງິນ, ການຈ່າຍເງິນ ແລະ ການແບ່ງເງິນເພື່ອອອມໄວ້ ອີກດ້ວຍ.

+ ອາຍຸ 6 – 10 ປີ ສອນໃຫ້ຮູ້ຈັກການໃຊ້ເງິນຢ່າງມີເຫດຜົນ:

     ເມື່ອກ້າວເຂົ້າເຖິງອາຍຸ 6 ປີເປັນຕົ້ນໄປ ພໍ່ແມ່ຍິ່ງຕ້ອງໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບການສຶກສາຮໍ່າຮຽນຂອງລູກ ເພາະເດັກນ້ອຍຈະຮຽນເກັ່ງ ຫຼື ເປັນເດັກສະຫຼາດກໍ່ຢູ່ໃນຊ້ວງນິລະ!. ສະນັ້ນ, ຈະຕ້ອງໄດ້ສອນໃຫ້ເຂົາເຈົ້າມີຄວາມອົດທົນ, ຮູ້ຈັກລໍຖ້າໃນສິ່ງທີ່ຢາກໄດ້; ການປະຫຍັດອົດອອມເພາະເງິນມີຈໍານວນຈໍາກັດ; ໃຊ້ເງິນຢ່າງມີເຫດຜົນ ແລະ ການຊື້ສິ່ງຂອງທຸກຄັ້ງຕ້ອງຄຳນຶງເຖິງຜົນປະໂຫຍດເປັນຫຼັກ.

+ ອາຍຸ 11 – 13 ປີ ສອນໃຫ້ຮູ້ຈັກດອກເບ້ຍໄລຍະສັ້ນ, ກາງ ແລະ ຍາວ:

ເມື່ອເດັກນ້ອຍມີຄວາມລຶ້ງເຄີຍກັບການອອມເງິນເປັນປົກກະຕິແລ້ວ ໄລຍະອາຍຸ 11 ປີເປັນຕົ້ນໄປ ກໍ່ຄວນຈະສອນໃຫ້ເຂົາເຈົ້າຮູ້ຈັກຜົນຂອງການອອມເງິນ ແລະ ຝາກເງິນເພື່ອໄດ້ດອກເບ້ຍໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພາະຈະໄດ້ສົມທຽບເຖິງຄວາມແຕກຕ່າງຂອງເງິນທີ່ຝາກກັບສະຖາບັນການເງິນ ຫຼື ທະນາຄານ ເຊິ່ງຕ້ອງອະທິບາຍເລື່ອງດອກເບ້ຍເງິນຝາກເປັນຕົວເລກປະກອບເພື່ອໃຫ້ເຂົານຶກພາບອອກຢ່າງຊັດເຈນ ແລະ ລອງໃຫ້ເຂົາຄຳນວນດອກເບ້ຍດ້ວຍຕົນເອງ.

+ ອາຍຸ 14 – 18 ປີ ສອນໃຫ້ຮູ້ຈັກຂໍ້ດີ ແລະ ຂໍ້ເສຍຂອງເງິນ:

ມາຮອດໄລຍະນີ້ ຈາກເດັກນ້ອຍໃນເມື່ອກ່ອນກໍ່ໃຫຍ່ເປັນບ່າວແວງແລ້ວ ເຮັດໃຫ້ຮູ້ຈັກມີຄວາມຮັກ, ມີຄວາມຮັບຜິດຊອບຕໍ່ຕົນເອງໄດ້ໃນລະດັບໜຶ່ງ ຈຶ່ງເປັນໜ້າທີ່ຂອງພໍ່ແມ່, ຄູ-ອາຈານ ແລະ ສັງຄົມຕ້ອງໄດ້ຊ່ວຍການອົບຮົບສັ່ງສອນຊ່ວຍກັນ ເພື່ອໃຫ້ເຂົາເຈົ້າກາຍເປັນຄົນດີ-ມີວິໃນ. ພິເສດ ແມ່ນສອນໃຫ້ຮູ້ຈັກປຽບທຽບຂໍ້ດີ ແລະ ຂໍ້ເສຍຂອງການໃຊ້ເງິນ, ການກໍານົດຄ່າໃຊ້ຈ່າຍໃນການຮຽນ ຫຼື ຕ້ອງທ້ອນແນວໃດ ເພື່ອໃຫ້ພຽງພໍກັບງົບປະມານທີ່ມີຢູ່.

+ ອາຍຸ 18 ປີຂຶ້ນໄປ ສອນໃຫ້ມີວິໃນທາງດ້ານການເງິນ:

ເມື່ອຮອດອາຍຸ 18 ປີແລ້ວ ເຂົາເຈົ້າສາມາດຈໍາແນກໄດ້ຢ່າງລະອຽດຖີ່ຖ້ວນເຖິງຄວາມຮ້າຍ, ຄວາມດີ ແລະ ການວາງຕົວໃນສັງຄົມ ລວມເປັນເຖິງການເຮັດວຽກເພື່ອຫາລາຍໄດ້ຄຽງຄູ່ກັບການຮຽນໜັງສື ໂດຍບໍ່ຈໍາເປັນຕ້ອງແບນມືຂໍພໍ່ແມ່, ແຕ່ສິ່ງສໍາຄັນທີ່ນັກເສດຖະສາດຫຼາຍທ່ານແນະນຳ ແມ່ນຕ້ອງສອນໃຫ້ເຂົາຮູ້ຈັກການມີວິໃນທາງດ້ານການເງິນ ຫຼື ການໃຊ້ບັດເຄຣດິດ, ຄວາມຈໍາເປັນຂອງການໃຊ້ບັດເຄຣ ດິດ ແລະ ຕ້ອງມີຄວາມຮັບຜິດຊອບໃນດອກເບ້ຍຈາກການຈ່າຍເງິນຜ່ານບັດດັ່ງກ່າວ.

Leave a Comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *