ສິ່ງທີ່ເຮົາມຸ່ງເນັ້ນ
ວິໄສທັດ ແລະ ພາລະກິດ
ພາລະກິດຫລັກ: ໃຫ້ການບໍລິການດ້ານການເງິນທີ່ຫລາກຫລາຍ ແບບມີຄວາມຮັບຜິດຊອບ
ແລະ ໃຫ້ຄວາມຮູ້ທີ່ກ່ຽວກັບການເງິນ ແກ່ຄອບຄົວທີ່ມີລາຍໄດ້ຕໍ່າ ແລະ ປານກາງ ເພື່ອສ້າງຄວາມເຂັ້ມແຂງດ້ານການດຳລົງຊີວິດ ແລະ ທຸລະກິດຄອບຄົວຂອງພວກເຂົາແບບຍືນຍົງ.
ເປົ້າໝາຍທາງດ້ານສັງຄົມ
(4):
1) EMI
ໃຫ້ບໍລິການດ້ານການເງິນທີ່ດີເລີດ
ເຊິ່ງຊ່ວຍໃຫ້ລູກຄ້າມີການ ເຕີບໃຫຍ່ຂະຫຍາຍຕົວ ດ້ານຊັບສິນຂອງຄົວເຮືອນ ແລະ ທຸລະກິດຂອງພວກເຂົາໄດ້ຢ່າງຍືນຍົງ.
2) EMI ໃຫ້ຄວາມຮູ້ທາງດ້ານການເງິນທີ່ດີເລີດ, ເຊິ່ງຊ່ວຍໃຫ້ລູກຄ້າສາມາດບໍລິຫານການເງິນໄດ້ຢ່າງ
ສະຫລາດ (EMI ຕອບສະໜອງຄວາມຕ້ອງການທາງດ້ານການເງິນຂອງຄົວເຮືອນ
ແລະ ການຂະຫຍາຍທຸລະກິດຂອງພວກເຂົາ).
3) EMI ແມ່ນອົງກອນທີ່ໃຫ້ໂອກາດແບບສະເຫມີພາບກັນ
ແລະ ໃຫ້ຄວາມສຳຄັນ ໃນການລົງທຶນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຢ່າງຕໍ່ເນື່ອງ
4) EMI ຮັກສາຄວາມຍືນຍົງໃນດ້ານການເງິນໄລຍະຍາວໂດຍຜ່ານການສ້າງຄຸນຄ່າໃຫ້ແກ່ລູກຄ້າ.
ປະຫວັດຄວາມເປັນມາ
ສະຖາບັນການເງິນຈຸລະພາກ ເອກພັດທະນາ (EMI) ເປັນສະຖາບັນ ການເງິນຈຸລະພາກທີ່ໄດ້ຮັບໃບອະນຸຍາດ ໃຫ້ດຳເນີນງານເພື່ອສະໜອງ ການບໍລິການການເງິນຈຸລະພາກແຫ່ງທຳອິດໃນ ສປປ ລາວ ພາຍໃຕ້ ຂໍ້ກຳນົດກົດລະບຽບ ວ່າດ້ວຍສະຖາບັນການເງິນຈຸລະພາກຂອງ ລັດຖະບານ ສປປ ລາວ ເຊີ່ງໄດ້ປະກາດໃຊ້ໃນປີ 2005 ແລະ ຈາກນັ້ນ ມາກໍ່ໄດ້ມີການດັດແກ້ປັບປຸງໃນປີ 2008.
ກ່ຽວກັບພວກເຮົາ
ຂ່າວສານ ແລະ ກິດຈະກຳ
ສະຖາບັນການເງິນຈຸລະພາກ ເອກພັດທະນາ
ໂທ: 021 520 520